spot_img
Homeຂ່າວພາຍ​ໃນຕິດຕາມການກໍ່ສ້າງ ຊົນລະປະທານບ້ານຊຽງຫວາງ ເມືອງໜອງບົກ

ຕິດຕາມການກໍ່ສ້າງ ຊົນລະປະທານບ້ານຊຽງຫວາງ ເມືອງໜອງບົກ

Published on

ວັນທີ 01 ພະຈິກ 2022 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມຄະນະໄດ້ລົງຕິດຕາມ ການກໍ່ສ້າງໂຄງການຊົນລະປະທານ ຢູ່ບ້ານຊຽງຫວາງ ເມືອງໜອງບົກ ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບການຈັດແບ່ງທຶນຊ່ວຍເຫຼືອລ້າ ຈາກລັດຖະບານ ສສ ຫວຽດນາມ ແລະ ເປັນໂຄງການທີ່ມີຄວາມໝາຍ, ຄວາມສຳຄັນທາງດ້ານເສດຖະກິດ, , ວັດທະນະທຳ, ສັງຄົມ ແລະ ເປັນໜຶ່ງໃນບັນດາກິດຈະການກໍ່ສ້າງ ທີ່ເປັນເຄື່ອງໝາຍ ສະແດງໃຫ້ເຫັນເຖິງນໍ້າໃຈສາມັກຄີຮັກແພງ ຖານອ້າຍນ້ອງສອງຊາດ ລາວ-ຫວຽດນາມ ເປັນການປະກອບສ່ວນຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ເວົ້າສະເພາະກໍ່ຄືສອງແຂວງ ຄຳມ່ວນ-ຮ່າຕິ່ງ. ເຊິ່ງໂຄງການດັ່ງກ່າວລວມມີມູນຄ່າທັງໝົດ 290 ຕື້ດົງ.

ໃນນີ້ແມ່ນທຶນຊ່ວຍເຫຼືອລ້າຈາກລັດຖະບານ ສສ ຫວຽດນາມ ຈຳນວນ 263 ຕື້ດົງ ແລະ ທຶນສົມທົບຂອງລັດຖະບານ ສປປ ລາວ ຈຳນວນ 27 ຕື້ດົງ. ເປັນໂຄງການກໍ່ສ້າງຄົບວົງຈອນ ແລະ ມີທ່າແຮງທີ່ຈະກ້າວໄປສູ່ການຜະລິດກະສິກຳທີ່ນໍາໃຊ້ເຕັກນິກອັນໃໝ່ໆ ເພື່ອຍົກສູງສະມັດຕະພາບການຜະລິດໃຫ້ສູງຂຶ້ນ ເພື່ອຄໍ້າປະກັນທາງດ້ານສະບຽງອາຫານ ແລະ ເປັນສິນຄ້າ. ໂຄງການດັ່ງກ່າວແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດກໍ່ສ້າງໃນເດືອນ ເມສາ 2022 ປະກອບມີ: ການກໍ່ສ້າງລະບົບຫົວງານຈັກສູບນໍ້າດ້ວຍໄຟຟ້າ, ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນໃນເຂດຫົວງານ, ກໍ່ສ້າງຫ້ອງການກຸ່ມຜູ້ຊົມໃຊ້ນໍ້າ, ກໍ່ສ້າງຄອງ ເໝືອງແມ່ 1 ຄອງ ປະກອບມີ 2 ເສັ້ນ, ມີຄວາມຍາວ 2.996 ແມັດ, ກໍ່ສ້າງຄອງເໝືອງຂັ້ນ 2 ມີ 7 ເສັ້ນ ຄວາມຍາວ 20.665 ແມັດ ໂດຍກວມເອົນຈໍານວນ 4 ບ້ານຄື: ບ້ານສອງເໝືອງເໜືອ, ສອງເໝືອງໃຕ້, ກຸດຈັບ ແລະ ບ້ານຊຽງຫວາງ ເມືອງໜອງບົກ ລວມມີເນື້ອທີ່ 500 ເຮັກຕາ.

ໂດຍແມ່ນບໍລິສັດ ຫຸ້ນສ່ວນສະຖາປັດຕະຍະກໍາ ແລະ ການຄ້າ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງມີໄລຍະເວລາໃນການຈັດຕັ້ງປະຕິບັດການກໍ່ສ້າງໃຫ້ສຳເລັດພາຍໃນ 655 ວັນ ນັບແຕ່ມື້ເລີ່ມລົງມືກໍ່ສ້າງ. ມາຮອດປະຈຸບັນການກໍ່ສ້າງແມ່ນປະຕິບັດໄດ້ປະມານ 15% ຖ້າທຽບໃສ່ໄລຍະ ແລະ ເວລາທີ່ຈັດຕັ້ງປະຕິບັດແມ່ນຍັງມີຄວາມຊັກຊ້າ ອັນເນື່ອງມາຈາກໄລຍະຂອງການລົງມືຈັດຕັ້ງປະຕິບັດໃນຊ່ວງໄລຍະຜ່ານມາແມ່ນຢູ່ໃນຊ່ວງລະດູຝົນ ເຮັດໃຫ້ການກໍ່ສ້າງມີຄວາມຫຍຸ້ງຍາກ.

ໂອກາດນີ້ ທ່ານເຈົ້າແຂວງຄຳມ່ວນ ໄດ້ມີຄຳເຫັນຊີ້ນຳ ໃຫ້ບໍລິສັດຜູ້ຮັບເໝົາແມ່ນໃຫ້ເລັ່ງການກໍ່ສ້າງໃນບັນດາ ໜ້າວຽກຕ່າງໆໃຫ້ມີຄວາມຄືບໜ້າ ພ້ອມທັງຮັບປະກັນທາງດ້ານຄຸນນະພາບ, ຄະນະຮັບຜິດຊອບທັງສອງຝ່າຍ ລາວ-ຫວຽດນາມ ສົມທົບກັບບໍລິສັດ, ອຳນາດການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມປຶກສາຫາລືບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນໃຫ້ໄດ້ຮັບການແກ້ໄຂ, ມີການກຳນົດເສັ້ນທາງນໍາໃຊ້ໃນການຂົນສົ່ງວັດຖຸອຸປະກອນ ໂດຍສະເພາະລົດບັນທຸກໜັກ ເພື່ອບໍ່ໃຫ້ເສັ້ນທາງມີການເປ່ເພຫຼາຍເສັ້ນ, ໂດຍມອບໃຫ້ຄະນະຮັບຜິດຊອບ ຊ່ວຍຕິດຕາມ, ຊຸກຍູ້ ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆແກ່ບໍລິສັດຜູ້ຮັບເໝົາ ເພື່ອເຮັດໃຫ້ໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດສຳເລັດຕາມແຜນການທີ່ວາງໄວ້.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...