spot_img
Homeຂ່າວການຮ່ວມມືພິທີເຊັນສັນຍາການຮ່ວມທຶນ ເພື່ອດໍາເນີນໂຄງການຜະລິດນໍ້າມັນຊີວະພາບ

ພິທີເຊັນສັນຍາການຮ່ວມທຶນ ເພື່ອດໍາເນີນໂຄງການຜະລິດນໍ້າມັນຊີວະພາບ

Published on

ໃນວັນທີ 1 ພະຈິກ 2022 ນີ້ ທີ່ໂຮງແຮມ ລາວພາຊາ ໄດ້ມີພິທີເຊັນສັນຍາການຮ່ວມທຶນ ເພື່ອດໍາເນີນໂຄງການຜະລິດນໍ້າມັນຊີວະພາບ ລະຫວ່າງບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ບໍລິສັດ Gaia Petro ສ. ເກົາຫລີ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະ ມົນຕີ ກະຊວງການເງິນ, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ກ່າວວ່າ: ເພື່ອປະຕິບັດຕາມນະໂຍບາຍທາງດ້ານຄວາມໝັ້ນຄົງທາງດ້ານພະລັງງານຂອງລັດ ຖະບານ, ລນລ ໄດ້ຈັດຫາແຫລ່ງນໍ້າມັນທາງເລືອກອື່ນ ນອກຈາກການນຳເຂົ້າຈາກຕ່າງປະເທດ ເຊິ່ງການຈັດຫາພະລັງງານຈາກພັນທະພືດ ທີ່ສາມາດປູກໄດ້ເອງ ແລະ ເປັນທ່າແຮງຂອງ ສປປ ລາວ ກໍເປັນທາງເລືອກໜຶ່ງທີ່ ລນລ ໄດ້ຮ່ວມກັບ ບໍລິສັດ Gaia Petro ຈາກ ສ. ເກົາຫລີ ໄດ້ສຶກສາຄວາມເປັນໄປໄດ້ດັ່ງກ່າວ.

ພາຍຫລັງ, ລຮລ ແລະ ບໍລິສັດ Gaia Petro ໄດ້ມີການເຊັນສັນຍາບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ ໃນການສ້າງຕັ້ງ ໂຮງການຜະລິດນ້ຳ ມັນເອຕາໂນນ ໃນ ສປປ ລາວ ໃນວັນທີ 5 ມິຖຸນາ 2022 ຈາກນັ້ນກໍໄດ້ເອົານໍ້າມັນຕົວແບບແອັດຊັງຊີວະພາບໄປໃຫ້ 5 ຫ້ອງທົດລອງຂອງອົງ ການທີ່ກ່ຽວຂ້ອງ ແລະ ໄດ້ຮັບຜົນການທົບສອບແລ້ວ ວ່າເປັນນໍ້າມັນຊີວະພາບຊະນິດໃໝ່ ທີ່ບໍ່ເຄີຍນຳໃຊ້ໃນ ສປປ ລາວ ແລະ ສາມາດນຳໃຊ້ກັບເຄື່ອງຈັກທຸກຊະນິດທີ່ໃຊ້ນ້ຳມັນແອັດຊັງທີ່ນໍາໃຊ້ທົ່ວໄປໄດ້.

ຂ່າວ-ຮູບພາບ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...