spot_img
Homeຂ່າວພາຍ​ໃນມອບພາຫະນະທີ່ຖືກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ

ມອບພາຫະນະທີ່ຖືກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ

Published on

ພັຕ ບຸນເມກ ສຸດາຈັນ ຮອງຫົວໜ້າພະແນກສືບສວນ – ສອບສວນ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນເດືອນຕຸລາ 2022, ພະແນກສືບສວນ – ສອບສວນ ປກສ ແຂວງອຸດົມໄຊ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີລົດຈັກເສຍຈຳນວນຫຼາຍຄັນ. ສະນັ້ນ, ຄະນະຫ້ອງຕໍາຫຼວດ ປກສ ແຂວງ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງເກັບກຳຂໍ້ມູນ ສາມາດກັກຕົວເປົ້າໝາຍລັກລອບຊື້-ຂາຍຊັບຜິດກົດໝາຍ (ປະເພດລົດຈັກ) ໄດ້ຈຳນວນ 3 ຄົນ, ພ້ອມທັງຢຶດຂອງກາງລົດຈັກ ຈຳນວນ 7 ຄັນ.

ໃນວັນທີ 5 ຕຸລາ 2022, ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງອຸດົມໄຊ ໄດ້ຮັບແຈ້ງຄວາມຈາກເຈົ້າໜ້າທີຕຳຫຼວດ ປກສ ແຂວງບໍລິຄຳໄຊ ວ່າ: ເວລາ 5 ໂມງເຊົ້າຂອງວັນທີ 4 ຕຸລາ 2022, ໄດ້ມີຄົນຮ້າຍມາລັກຊັບ ປະເພດລົດກະບະ TOYOTA REVO ສີຂາວ ໝາຍເລກທະບຽນ ກໍາແພງນະຄອນ 3366 ຈໍານວນ 01 ຄັນ ຂອງປະຊາຊົນທີ່ຈອດໄວ້ຢູ່ສວນຢາງພະລາ ເຂດບ້ານແຄນຢອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເປົ້າໝາຍໄດ້ຂັບຂີ່ລົດຄັນດັ່ງກ່າວມຸ່ງໜ້າໄປຕາມເສັ້ນທາງເລກ 13 ເໜືອ. ສະນັ້ນ,ຄະນະບັນຊາວິຊາສະເພາະກອງບັນຊາການ ປກສ ແຂວງອຸດົມໄຊ ຈຶ່ງແຕ່ງຕັ້ງພະນັກງານລົງເຄື່ອນໄຫວລັດສະກັດ ເພື່ອກວດກາຕາມຈຸດເສັ້ນທາງ. ເວລາຕໍ່ມາ, ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈຶ່ງສາ ມາດກັກຕົວຜູ້ກະທຳຜິດໄດ້ 1 ຄົນ ພ້ອມທັງຂອງກາງ ລົດກະບະລີໂວ 1 ຄັນ.

ຜ່ານການສືບສວນ-ສອບສວນ, ທ້າວ ເຢີຊົງ ອາຍຸ 23 ປີ, ສັນຊາດລາວ, ອາຊີບເຮັດສວນ, ຢູ່ບ້ານຜາໄລ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ໃຫ້ການຮັບສາລະພາບວ່າ ຜູ້ກ່ຽວ ແລະ ພັກພວກ ຈຳນວນ 2 ຄົນ ໄດ້ລົງມືລັກລົດຄັນດັ່ງກ່າວແທ້ ເພື່ອຈະນຳໄປຂາຍອອກຢູ່ແຂວງບໍ່ແກ້ວ ມາຮອດຈຸດກວດກາ ຫຼັກກິໂລແມັດທີ່ 24 ລະຫວ່າງເສັ້ນທາງເມືອງໄຊ – ເມືອງນາໝໍ້ ຈຶ່ງຖືກເຈົ້າໜ້າທີ່ຕຳຫຼວດກັກຕົວ ພ້ອມຂອງກາງມາດຳເນີນຄະດີ.

ມາຮອດໃນຄັ້ງວັນທີ 26-27 ຕຸລາ 2022 ເຈົ້າໜ້າທີ່ກອງວິຊາສະເພາະຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ ຈຶ່ງໄດ້ຈັດພິທີມອບ-ຮັບ ພາຫະນະຈຳນວນດັ່ງກ່າວໃຫ້ແກ່ເຈົ້າຂອງຊັບເດີມຢ່າງເປັນທາງການ ໃນນີ້ ມີພາຫະນະລົດຈັກຢີ່ຫໍ້ HONDA WAVE 100 ຈໍານວນ 6 ຄັນ, HONDA CLICK-I 125 cc ຈຳນວນ 01 ຄັນ ແລະ ລົດກະບະ TOYOTA REVO ຈໍານວນ 01 ຄັນ ໂດຍຊ່ອງໜ້າເຈົ້າໜ້າທີ່ ພະແນກກ່ຽວຂ້ອງ ພ້ອມດ້ວຍເຈົ້າຂອງຊັບເຂົ້າຮ່ວມ.

ດັ່ງນັ້ນຈຶ່ງຂໍໃຫ້ພໍ່ແມ່ປະຊາຊົນທຸກຄົນເອົາໃຈໃສ່ຕື່ມ ເພື່ອລະມັດລະວັງ ພວກກຸ່ມຄົນບໍ່ດີທີ່ເຄື່ອນໄຫວລັກຊັບ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...