spot_img
Homeຂ່າວທ້ອງຖິ່ນການເງິນ ແລະ ເສດຖະກິດກຽມສໍາຫຼວດໂຄງການໄຟຟ້າແສງຕາເວັນ ຢູ່ແຂວງຈຳປາສັກ.

ກຽມສໍາຫຼວດໂຄງການໄຟຟ້າແສງຕາເວັນ ຢູ່ແຂວງຈຳປາສັກ.

Published on

ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນສັນຍາຮ່ວມກັບບໍລິສັດ ໂຮມຊັບກໍ່ສ້າງ ຈໍາກັດ ແລະ ບໍລິສັດ Yangzhou Saiyu Environmental Technology Co.,Ltd ໃນການສຶກສາສໍາຫຼວດຄວາມເປັນໄປໄດ້ໃນການສ້າງໂຄງການພະລັງງານໄຟຟ້າແສງຕາເວັນ ຢູ່ເມືອງໂຂງ ແຂວງຈໍາປາສັກເນື້ອທີ 150,47 ເຮັກຕາ ກໍາລັງການຜະລິດ 150 ແມັກກາວັດ ມູນຄ່າການລົງທຶນເບື້ອງຕົ້ນ 130 ລ້ານໂດລາ.

ພິທີເຊັນສັນຍາຈັດຂຶ້ນ ໃນວັນທີ 26 ຕຸລາ 2022 ຜ່ານມາ, ທີ່ກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມຂອງທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ຄໍາລາວັນ ຈັນທະລາວັນ ຮອງລັດຖະມົນຕ,ີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ທ່ານ ພວງພັນ ພົມມະລາດ ຜູ້ອໍານວຍການ ບໍລິສັດໂຮມຊັບ ກໍ່ສ້າງຈໍາກັດ, ທ່ານ ນາງ Peng Jinhua ຮອງຜູ້ອໍານວຍການ Yangzhou Saiyu Environmental Technology Co.,Ltd ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນຮຽງ ເພັງສຸກ ທີ່ປຶກສາບໍລິສັດໂຮມຊັບກໍ່ສ້າງ ໄດ້ໃຫ້ສໍາພາດວ່າ: ໂຄງການດັ່ງກ່າວເປັນໂຄງ ການໄຟຟ້າແສງຕາເວັນ ຢູ່ບ້ານກະດັນ ເມືອງໂຂງ ແຂວງ ຈໍາປາສັກ ເນື້ອທີ່ 150,47 ເຮັກຕາ ເຊິ່ງບໍລິສັດພວກເຮົາເລີ່ມຕົ້ນການສໍາຫຼວດ ແລະ ປະກອບເອກະສານຂັ້ນແຂວງ ໃຊ້ເວລາ 3 ປີ ເນື່ອງຈາກບັນຫາພະຍາດໂຄວິດ-19 ລະບາດຈິ່ງເຮັດໃຫ້ເກີດຄວາມຫຼ້າຊ້າ ມາຮອດມື້ນີ້ ບໍລິສັດໂຮມຊັບ ກໍ່ສ້າງ ຈໍາກັດ ຈຶ່ງໄດ້ລົງນາມບົດບັນທຶກຄວາມເຂົ້າໃຈກັບລັດຖະ ບານ ກໍຄືນໍາກະຊວງແຜນການ ແລະ ການລົງທຶນ.

ເມື່ອໂຄງການນີ້ສໍາເລັດ ຈະຕອບສະໜອງພະລັງງານໄຟຟ້າໃຫ້ເຂດພິເສດມະຫານະທີສີພັນດອນ ແລະ ອີກສ່ວນໜຶ່ງຈະສົ່ງຂາຍໄປປະເທດກໍາປູເຈຍ.
ນອກນີ້ຍັງສາມາດປະກອບສ່ວນເພີ່ມຈໍານວນພະລັງງານໄຟຟ້າໃຫ້ລັດວິສາຫະກິດໄຟຟ້າລາວ ແລະ ການຈັດຕັ້ງປະຕິບັດໂຄງການນີ້ຍັງຈະຊ່ວຍສ້າງວຽກເຮັດງານທໍາໃຫ້ປະຊາຊົນຢູ່ເຂດພື້ນທີ່ດັ່ງກ່າວໄດ້ນໍາອີກ.

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ເຂດເມືອງໂຂງ ແຂວງຈໍາປາສັກ ຈະເລີ່ມດໍາເນີນການສຶກສາ ນັບແຕ່ມື້ລົງນາມເປັນຕົ້ນໄປ ໂດຍມີກໍານົດເວລາ 8 ເດືອນ ມູນຄ່າການລົງທຶນເບື້ອງຕົ້ນ 130 ລ້ານໂດລາສະຫະລັດ ເຊິ່ງສາມາດຕິດຕັ້ງແຜງໂຊລາເຊວໄດ້ 150 ເມກາວັດ ແລະ ສາມາດພັດທະນາຂຶ້ນເປັນ 500 ເມກາວັດ ແລະ ການລົງທຶນກໍຈະເພີ່ມຂຶ້ນເປັນ 800 ລ້ານໂດລາສະຫະລັດ ຖ້າອໍານາດການປົກຄອງແຂວງຈໍາປາສັກ ສະໜອງເນື້ອທີ່ດິນໃຫ້ຕື່ມ 450-500 ເຮັກຕາ.
Cr. ຂ່າວເສດຖະກິດ-ການຄ້າ Lao Economic Daily

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...