spot_img
Homeຂ່າວຄາດຕະກຳພົບໂຕແລ້ວຄົນທີ່ກໍ່ເຫດຄາດຕະກຳສອງແມ່ລູກ

ພົບໂຕແລ້ວຄົນທີ່ກໍ່ເຫດຄາດຕະກຳສອງແມ່ລູກ

Published on

ວັນທີ 25/10/2022 ໄດ້ເກີດເຫດຄາດຕະກຳສອງແມ່ລູກເສຍຊີວິດ; ທີ່ບ້ານດອນເຊັງ ນະຄອນໄກສອນ ແຂວງສະຫວັນນະເຂດ ຜູ້ເຫັນເຫດການໄດ້ໃຫ້ຂໍ້ມູນວ່າ: ຜູ້ກໍ່ເຫດແມ່ນເປັນແຟນກັບຜູ້ເສຍຊີວິດ ເຊີ່ງຍັງບໍ່ທັນເປັນຄູ່ຜົວເມຍ ຖືກຕ້ອງຕາມລະບຽບກົດໝາຍ ເປັນຄູ່ບ່າວສາວຊື່ໆ ຜູ້ກ່ຽວໄດ້ມີປາກສຽງກັນ ຈົນກະທັງໄດ້ລົງມືກໍ່ເຫດໃນຄັ້ງນີ້ ສ່ວນຜູ້ກະທຳກໍ່ເຫດໄດ້ເອົາໂຕລົບໜີໄປໄດ້ ພ້ອມມີອາວຸດປືນ ຕາມການລາຍງານຂອງປະຊາຊົນແມ່ນໃຫ້ຂໍ້ມູນວ່າ ຜູ້ກໍ່ເຫດແມ່ນທະຫານສັງກັດຢູ່ຄ້າຍ 208.

ຫຼ້າສຸດໃນວັນທີ 28 ຕຸລາ 2022 ປະຊາຊົນແຈ້ງວ່າ: ພົບໂຕແລ້ວຄົນທີ່ກໍ່ເຫດຄາດຕະກຳສອງແມ່ລູກ ທີ່ບ້ານດອນເຊັງແຂວງສະຫວັນະເຂດ ໄດ້ຜູກຄໍຕາຍເອງຢູ່ເທິງຕົ້ນໄມ້.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...