spot_img
Homeຂ່າວພາຍ​ໃນພິທີ​ປະກາດ​ການຈັດ​ຕັ້ງຂັ້ນຮອງຫ້ອງການ-ບັນດາ​ພະ​ແນ​ກການ, ແລະ ກົມກອງ

ພິທີ​ປະກາດ​ການຈັດ​ຕັ້ງຂັ້ນຮອງຫ້ອງການ-ບັນດາ​ພະ​ແນ​ກການ, ແລະ ກົມກອງ

Published on

ພິທີ​ປະກາດ​ການຈັດ​ຕັ້ງຂັ້ນຮອງຫ້ອງການ-ບັນດາ​ພະ​ແນ​ກການ, ແລະ ກົມກອງ ທີ່​ຂຶ້ນ​ກັບ ​​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງວຽງຈັນ ​ໄດ້​ຈັດ​ຂຶ້ນ​ໃນຕອນບ່າຍຂອງວັນທີ 25 ຕຸລາ 2022 ​ນີ້, ​ໂດຍ​ພາຍ​ໃຕ້​ກາ​ນ​ເປັນ​ປະທານ ຂອງສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການ​ເມືອງ ກອງ​ບັນຊາ​ການ​ທະຫານ​ນະ ຄອນຫຼວງວຽງຈັນ, ມີສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງ​ບັນຊາ​ການ​ທະຫານ​ນະ ຄອນ ຫຼວງວຽງຈັນ ມີ​ຕາງໜ້າຈາກຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ,ຄະນະ​ພັກ-ຄະນະ​ບັນຊາ ອົງການ 05 ຫ້ອງ,ກົມກອງ,ພະ​ແນ​ກການ​ທີ່​ກ່ຽວຂ້ອງ ພ້ອມດ້ວຍບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ເຂົ້າ​ຮ່ວມ.

​ສະຫາຍພັນ​ໂທ ເຂັມເພັດ ຫັນທະວົງ ຫົວໜ້າພະແນກພະນັກງານ ທະຫານນະ ຄອນຫຼວງວຽງຈັນ ​ໄດ້ຂຶ້ນ ​ຜ່ານ​ຂໍ້​ຕົກລົງ​ ລັດຖະມົນຕີກະຊວງປ້ອງກັນປະເທດ ສະບັບເລກທີ 4359/ກປທ,ລົງວັນທີ 12/09/2022 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການ, ພະແນກການ ແລະ ກົມກອງທີ່ຂຶ້ນກັບ ທະຫານ​ນະຄອນຫຼວງວຽງຈັນ ​ອີງ​ຕາມ​ກົດໝາຍນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ (ສະບັບປັບປຸງ) ໃນພາກທີ II, ໝວດທີ IV ມາດຕາ 26 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ,ຍົກຍ້າຍ​ນາຍ​ທະຫານ​ ກອງທັບ​ປະຊາຊົນ​ລາວ ​ແລະ ອີງ​ຕາມ​ທິດ​ທາງ​ກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ມີແບບແຜນທີ່ ທັນ​ສະ​ໄໝຂຶ້ນ​​ເທື່ອ​ລະ​ກ້າວນັ້ນ​​ ກອງ​ບັນຊາ​ການ​ທະຫານ​ນະ ຄອນຫຼວງວຽງຈັນຈຶ່ງ​ໄດ້​ຕົກລົງ​ແຕ່ງ​ຕັ້ງ​ ສະຫາຍ ພັນໂທ ສົມບູນ ພີມມະຈັກ ເປັນຮອງຫົວໜ້າຫ້ອງ ການ ແລະ ບໍລິຫານ ກອງ​ບັນຊາ​ການ​ທະຫານ​ນະ ຄອນຫຼວງວຽງຈັນ, ແຕ່ງຕັ້ງຂັ້ນພະແນກການ ສະຫາຍ ພັນໂທ ຈອມຍອດ ອິນໃຈ ເປັນຫົວໜ້າພະແນກບໍລິຫານ, ສະຫາຍ ພັນຕີ ເອບນິພົນ ເພັດວັງລາດ ເປັນຫົວໜ້າພະແນກບໍລິຫານສັງລວມ ຫ້ອງເສນາທິການ, ສະຫາຍ ພັນຕີ ແສງສຸວັນ ແກ້ວບຸນພັນ ເປັນຮອງຫົວໜ້າພະແນກກໍ່ສ້າງຮາກຖານ, ແຕ່ງຕັ້ງບັນດາກົມກອງ ສະຫາຍ ພັນໂທ ບຸນແພງ ປີ່ນພະຫຍາ ເປັນຫົວໜ້າການທະຫານ ກອງບັນຊາການທະຫານເມືອງ ປາກງື່ມ ແລະ ສະຫາຍ ພັນໂທ ຫຼອນຫຼ້າ ບາສີວົງ ເປັນຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ປາກງື່ມ, ສະຫາຍ ພັນຕີ ກົງທອງ ສຸດາວົງ ເປັນຮອງການທະຫານ ທັງເປັນຫົວໜ້າພະແນກເສນາທິການ ທະ ຫານເມືອງສັງທອງ, ແຕ່ງຕັ້ງສະຫາຍ ພັນຕີ ບຸນເພັງ ກິດຕະວົງ ເປັນຮອງການເມືອງ ທັງເປັນຫົວໜ້າພະແນກ ການເມືອງ ທະຫານເມືອງຫາດຊາຍຟອງ.

ໃນ​ໂອກາດ​ນີ້ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການ​ເມືອງ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງວຽງຈັນ ກໍ່ໃຫ້ກຽດໂອ້ລົມ ກ່ອນອື່ນສະຫາຍກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍ ທີ່ຍາດມາໄດ້ ແລະ ຍັງ​ໄດ້​ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງພາລະບົດບາດການຊີ້ນຳ-ນຳພາບັນຊາຂອງຕົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ກວ້າງຂວາງ,ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານໃຫ້ມີປະສິດທິຜົນສູງ,ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ເຂັ້ມແຂງ,ມີຄວາມສາມັກຄີໃຫ້ແໜ້ນແຟ້ນ,ປັບປຸງແບບ ແຜນການນຳພາເຮັດວຽກລວມສູນປະຊາທິປະໄຕເປັນໝູ່ຄະນະ,ແບ່ງໃຫ້ບຸກຄົນຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອເຮັດສຳເລັດໜ້າທີ່ທີ່ພັກ-ລັດກໍ່ຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ.

ແຫຼ່ງຂ່າວ: ກອງບັນຊາການທະຫານ ນວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...