Homeຂ່າວການຮ່ວມມືລາວ-ຈີນ-ມຽນມາ-ໄທ ຮ່ວມລາດຕະເວນ

ລາວ-ຈີນ-ມຽນມາ-ໄທ ຮ່ວມລາດຕະເວນ

Published on

ໃນວັນທີ 25 ຕຸ​ລາ ຜ່ານມາ, ພາກສ່ວນບັງຄັບໃຊ້ກົດໝາຍຂອງລາວ-ຈີນ-ມຽນມາ-ໄທ ເລີ່ມດຳເນີນການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 120. ເວລາ 9 ໂມງ, ເຮືອບັງຄັບໃຊ້ກົດໝາຍຂອງຈີນ 2 ລຳທີ່ເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວໄດ້ອອກເດີນທາງຈາກກິ່ງແຂວງສິບສອງພັ່ນນາແຂວງຢູນນານຈີນ,ຮ່ວມກັບເຮືອບັງຄັບໃຊ້ກົດໝາຍຂອງລາວແລະມຽນມາປະກອບເປັນທີມລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຢູ່ເຂດນຳທີ່ກຳນົດໄວ້.

ການເຄື່ອນໄຫວຄັ້ງນີ້ມີເຮືອບັງຄັບໃຊ້ກົດໝາຍ 4 ລຳ, ຄາດວ່າຈະໃຊ້ເວລາ 4 ມື້ 3 ຄືນ, ໄລຍະການເດີນທາງລວມ 600 ກວ່າກິໂລແມັດ. ກ່ອນຈັດການເຄື່ອນໄຫວ, ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດດັ່ງກ່າວໄດ້ຈັດກອງປະຊຸມຜ່ານທາງວິດີໂອ, ຮ່ວມກັນວິເຄາະຄົ້ນຄວ້າສະພາບການກໍ່ອາດຊະຍາກຳແລະການແພ່ລະບາດຂອງພະຍາດໂຄວິດ-19 ຕາມລຸ່ມແມ່ນ້ຳຂອງໃນໄລຍະມໍ່ໆມານີ້, ທັງເປິກສາຫາລືມາດຕະການໂຈມຕີ.

ໃນໄລຍະຈັດການເຄື່ອນໄຫວຄັ້ງນີ້, ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດດັ່ງກ່າວຈະດຳເນີນການລາດຕະເວນໂດຍແບ່ງເປັນຕອນແລະການລາດຕະເວນສືບສວນຮ່ວມທາງນ້ຳແລະທາງບົກຢູ່ເຂດນ້ຳສຳຄັນ ເຊັ່ນ: “ເຂດສາມຫຼ່ຽມຄຳ”ເປັນຕົ້ນ, ເພື່ອໂຈມຕີການກໍ່ອາດຊະຍາກຳທີ່ຜິດກົດໝາຍປະເພດຕ່າງໆ.
ທີ່ມາ: CRI-FM93

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...