spot_img
Homeຂ່າວພາຍ​ໃນກມທ ຈັດຕັ້ງຍິງລູກປຶນແທ້ ປະຈຳປີ 2022

ກມທ ຈັດຕັ້ງຍິງລູກປຶນແທ້ ປະຈຳປີ 2022

Published on

ໃນວັນທີ 25 ຕຸລາ 2022 ນີ້, ກົມໃຫຍ່ການເມືອງກອງທັບ (ກມທ) ຈັດຕັ້ງຍິງລູກປຶນ ແທ້ຢູ່ທີ່ສະໜາມຍິງຫຼັກ 27 ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນ ເອກ ສິງຄຳ ພິມມະວົງສ໌ ຫົວໜ້າ ຫ້ອງການບໍລິຫານຄະນະຮັບ ຜິດຊອບຊີ້ນຳລວມ ພ້ອມດ້ວຍ ຄະນະພັກ-ຄະນະບັນຊາບັນດາ ກົມ, ຫ້ອງການ, ກອງຕະຫຼອດ ຮອດພະນັກງານ-ນັກຮົບ ທົ່ວກົມ ໃຫຍ່ການເມືອງກອງທັບເຂົ້າ ຮ່ວມ.

ສະຫາຍ ພັນໂທ ສໍາລານ ພົນຢ້ຽມ ຫົວໜ້າພະແນກສີລະ ປະຍຸດກົມອົບຮົມ ກົມໃຫຍ່ເສນາ ທິການກອງທັບ, ຜູ້ຮັບຜິດຊອບ ຄູສອນພາກສະໜາມ ໄດ້ລາຍ ງານໃຫ້ຮູ້ວ່າໂດຍປະຕິບັດຕາມ ຫຼັກສູດ ແລະ ຜ່ານແຜນການອົບ ຮົມ-ຫັດແອບການທະຫານ, ປັບປຸງລະບຽບແບບແຜນ, ເຝິກ ຝົນກຳລັງແຮງກາຍ ແລະ ຍິງ ລູກປືນແທ້ ຂອງກົມໃຫຍ່ການ ເມືອງກອງທັບ ເພື່ອແນໃສ່ເປັນ ການຍົກລະດັບຄວາມຮູ້, ຄວາມ ສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ ເຮັດໃຫ້ນາຍ ແລະ ພົນ ທະຫານ ໃນທົ່ວອົງການກົມໃຫຍ່ ການເມືອງກອງທັບ ໃຫ້ມີຄວາມ ຊໍານິຊໍານານຄ່ອງແຄ້ວ ແລະ ເປັນ ການສະຫຼຸບຕີລາຄາຄືນທາງດ້ານ ທິດສະດີຫຼັກການທີ່ຮຽນຜ່ານມາ, ວ່າບັນດາສະຫາຍນາຍ ແລະ ພົນ ທະຫານ ກໍາໄດ້ເນື້ອໃນບົດຮຽນ ໃນການນໍາໃຊ້ພະຫະນະອາວຸດ ແລະ ຍຸໂທປະກອນ ເພື່ອຮັບປະກັນ ໃຫ້ແກ່ການນໍາໃຊ້ເຂົ້າໃນການສູ້ ຮົບ ແລະ ສູ້ຮົບມີໄຊ.

ການຍິງ ລູກປືນແທ້ໃນຄັ້ງນີ້ມີ 32 ກົມ ກອງເຂົ້າຮ່ວມຜ່ານການຈັດຕັ້ງ ປະຕິບັດຕົວຈິງເຫັນໄດ້ວ່າແຕ່ລະ ສະຫາຍ ກຳແໜ້ນບົດຮຽນ ແລະ ຮູ້ໝູນໃຊ້ທິດສະດີ, ຫຼັກການໃນ ພາກປະຕິບັດຕົວຈິງ ເຊິ່ງການ ສອບເສັງຍິງລູກປືນແທ້ໃນແມ່ນມີ ປືນ AK 47 ແລະ ປືນ K 59 ຜ່ານ ການປະຕິບັດຕົວຈິງສາມາຮັບປະກັນຄວາມປອດໄພໄດ້100%. ເຊິ່ງການຈັດຕັ້ງຍິງລູກປຶນແທ້ ໃນຄັ້ງນີ້ແມ່ນຈະໄດ້ດໍາເນີນເປັນ ເວລາ 2 ວັນຄື 25-26 ຕຸລາ 2022 ຕ້ອງສໍາເລັດຕາມແຜນການ.

ແຫຼ່ງຂ່າວ-ຮູບພາບ: Lao people’s Army News

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...