spot_img
Homeຂ່າວພາຍ​ໃນປກສ ນວ ຜ່ານແຜນປ້ອງກັນ ງານບຸນພຣະທາດຫຼວງ-ງານວາງສະແດງສິນຄ້າ

ປກສ ນວ ຜ່ານແຜນປ້ອງກັນ ງານບຸນພຣະທາດຫຼວງ-ງານວາງສະແດງສິນຄ້າ

Published on

ວັນທີ 26 ຕຸລາ 2022, ກອງບັນຊາການ ປກສ ນວ ໄດ້ຈັດກອງປະຊຸມຜ່ານແຜນປ້ອງກັນ ງານບຸນນະມັດສະການ ພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ໃນວັນທີ 4-8 ພະຈິກ 2022, ໂດຍການເປັນປະທານຂອງ ພຈົວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ, ມີຕາງໜ້າກອງບັນຊາການທະຫານ ນວ, ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ, ກົມສື່ສານ ກະຊວງ ປກສ,ກອງພັນປ້ອງກັນເຄື່ອນທີ່ ນວ, ຄ້າຍຄຸມຂັງ-ດັດສ້າງ ນວ, ກອງບັນຊາການ ປກສ ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ພັທ ຄໍາໂກ້ ປະທັບໃຈ ຫົວໜ້າພະແນກຄົ້ນຄວ້າສັງລວມ ຫ້ອງການ ກອງບັນຊາການ ປກສ ນວ ໄດ້ຜ່ານແຜນປ້ອງກັນ ງານບຸນນະມັດສະການພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ໃນວັນທີ 4-8 ພະຈິກ 2022 ສະບັບເລກທີ 1388/ປກສ ນວ, ລົງວັນທີ 21 ຕຸລາ 2022; ໃນນີ້ ໄດ້ແບ່ງກໍາລັງອອກເປັນ 2 ຈຸດ ຄື ວົງນອກ ແລະ ວົງໃນ, ເຊິ່ງຈະໄດ້ຈັດວາງກໍາລັງເຂົ້າປະຈໍາຈຸດ ໃນວັນທີ 4-8 ພະຈິກ 2022 ເຮັດໜ້າທີ່ປ້ອງກັນ ແລະ ອໍານວຍຄວາມສະດວກສະບາຍໃຫ້ການນໍາພັກ-ລັດ, ແຂກ ແລະ ປະຊາຊົນທີ່ເຂົ້າມາທ່ຽວຊົມງານ ເພື່ອຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວ ທັງຮັບປະກັນຄວາມສະຫງົບ-ປອດໄພ.

ຕອນທ້າຍກອງປະຊຸມ ພຈົວ ປອ ບົວພັນ ຟອງມະນີ ໄດ້ໃຫ້ທິດຊີ້ນໍາຕໍ່ອະນຸກໍາມະການງານບຸນນະມັດສະການ ພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ເຊິ່ງມີເນື້ອໃນສຳຄັນບາງຕອນວ່າ: ໃຫ້ເຈົ້າໜ້າທີ່ທຸກພາກສ່ວນ ປະຕິບັດໂມງເວລາ ໃນການເຂົ້າປະຕິບັດໜ້າທີ່ ກໍຄືເຂົ້າປະຈໍາຈຸດທີ່ຕົນຖືກຮັບຜິດຊອບຢ່າງເຂັ້ມງວດ ເພີ່ມທະວີຂອດປະສານງານກັນ ໃຫ້ມີຄວາມຮັດກຸມ, ກົມກຽວ, ຄະນະບັນຊາແຕ່ລະຈຸດ ຕ້ອງລົງໃກ້ຊິດຕິດແທດກັບພະນັກງານ-ນັກຮົບປະຈໍາຢູ່ຈຸດນັ້ນໆ ແລະ ພາຍໃນຄະນະຕ້ອງມີການປຶກສາຫາລືກັນ ແລະ ຈຸດເຂົ້າ-ອອກງານບຸນ, ເຈົ້າໜ້າທີ່ ຕ້ອງເຂັ້ມງວດໃນການກວດກາ ເພື່ອບໍ່ໃຫ້ກຸ່ມຄົນບໍ່ຫວັງດີ ນໍາສິ່ງຂອງຕ້ອງຫ້າມເຂົ້າມາໃນງານ, ມອບໃຫ້ບັນດາ ປກສ ເມືອງ ນໍາເອົາແຈ້ງການໄປເຜີຍແຜ່ໃຫ້ ປກສ ກຸ່ມ, ປກສ ບ້ານ ຕະຫຼອດຮອດປະຊາຊົນ ເປັນເຈົ້າການປ້ອງກັນ ເພື່ອສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆອາດຈະເກີດຂຶ້ນ ພ້ອມທັງເອົາໃຈໃສ່ກວດກາຄົນເຂົ້າ-ອອກພາຍໃນບ້ານ, ກໍາໃຫ້ໄດ້ສະພາບການຕ່າງໆ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ສໍາລັບວຽກງານຈາລະຈອນ ໃຫ້ເຂັ້ມງວດໃນການລະບາຍການສັນຈອນ ພ້ອມທັງກະກຽມກໍາລັງສໍາຮອງໄວ້ ໃນກໍລະນີສຸກເສີນ ເພື່ອເຮັດໃຫ້ງານບຸນຄັ້ງນີ້ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຫຼາຍຂຶ້ນກວ່າເກົ່າ ທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວ.

ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...