spot_img
Homeຂ່າວພາຍ​ໃນNUOL, CCO ແລະ USAID ຈັບຄູ່ນັກສຶກສາກັບບໍລິສັດຊັ້ນນໍາ

NUOL, CCO ແລະ USAID ຈັບຄູ່ນັກສຶກສາກັບບໍລິສັດຊັ້ນນໍາ

Published on

ໃນວັນທີ 20 ຕຸລາ 2022 ທີ່ຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ໜ່ວຍງານໃຫ້ຄຳແນະແນວທາງດ້ານອາຊີບ (CCO), ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ), ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຮ່ວມກັນຈັດງານ ວັນນັດພົບແຮງງານ ຄັ້ງທີ 9. ງານດັ່ງກ່າວໄດ້ຈັດຂຶ້ນທີ່ ສະໂມສອນໃຫຍ່ຂອງ ມຊ ລະຫວ່າງວັນທີ 20 – 22 ຕຸລາ, ພາຍໃຕ້ທຶນສະໜັບສະໜູນຈາກ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID). ງານດັ່ງກ່າວມີນັກສຶກສາ ມຊ ແລະ ຜູ້ສົນໃຈຊອກຫາວຽກເຮັດງານທຳນັບພັນຄົນເຂົ້າຮ່ວມເພື່ອໃກ້ຊິດກັບບັນດາບໍລິສັດຕ່າງໆ, ພ້ອມທັງມີການແລກປ່ຽນຄວາມຮູ້ຢ່າງກວ້າງຂວາງລະຫວ່າງບັນດານັກວິຊາການ ແລະ ບຸກຄະລາກອນຈາກພາກເອກະຊົນ.

ຮອງສາດສະດາຈານ ດຣ. ອຸດົມ ພອນຄຳເພັງ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ມີຄໍາເຫັນຕໍ່ກັບງານວ່າ: “ວັນນັດພົບແຮງງານ ຄັ້ງທີ 9 ນີ້ ແມ່ນງານຕະຫຼາດນັດແຮງງານທີ່ໃຫຍ່ທີ່ສຸດ ເມື່ອທຽບກັບປີທີ່ຜ່ານມາ. ມັນແມ່ນ ໜຶ່ງ ໃນເວທີທີ່ຖືກອອກແບບມາເພື່ອສ້າງພື້ນທີ່ໃຫ້ນາຍຈ້າງໄດ້ພົບປະກັບພະນັກງານໃນອະນາຄົດຂອງພວກເຂົາຢ່າງມີປະສິດທິພາບ ແລະ ປະສິດຕິຜົນກວ່າ.” ທ່ານອະທິການບໍດີ ກ່າວຕື່ມວ່າ: “ວັນນັດພົບແຮງງານ ຄັ້ງທີ 9 ຈະຊ່ວຍໃຫ້ພວກເຮົາໄດ້ຮຽນຮູ້ກ່ຽວກັບເສັ້ນທາງສາຍອາຊີບ ແລະ ທ່າອ່ຽງຂອງວຽກທີ່ຕະຫຼາດຕ້ອງການ, ເຊິ່ງເປັນການຊ່ວຍປັບປຸງວຸດທິການສຶກສາ ແລະ ຫຼັກສູດຕ່າງໆທີ່ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ກະກຽມນັກສຶກສາຂອງພວກເຮົາໃນອະນາຄົດ.”
ໃນງານ ມີ 28 ບູດຂໍ້ມູນຂ່າວສານຈາກອົງການຈັດຕັ້ງ ແລະ ບໍລິສັດຕ່າງໆທີ່ພ້ອມແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຂະບວນການຮັບສະໝັກງານ ແລະ ໂອກາດດ້ານວຽກເຮັດງານທໍາຂອງພວກເຂົາ. ນັກສຶກສາສາມາດສົ່ງ CV ຂອງພວກເຂົາເພື່ອສະໝັກວຽກໃນຝັນຂອງພວກເຂົາ. ການສົນທະນາເວທີ ໄດ້ຖືກນໍາສະເໜີໂດຍເຈົ້າຂອງທຸລະກິດ ແລະ ຊ່ຽວຊານຈາກສາຂາທີ່ກ່ຽວຂ້ອງ ເຊິ່ງກວມເອົາຫຼາຍຫົວຂໍ້ທີ່ກ່ຽວຂ້ອງກັບການຮັບສະໝັກງານ ເຊິ່ງລວມມີ ການສ້າງທັດສະນະຄະຕິບວກ, ມຸມມອງຂອງການເຮັດວຽກທີ່ “ກົງສາຍ ແລະ ບໍ່ກົງສາຍ”, ວຽກອິດສະຫຼະ ສ້າງເສັ້ນທາງນາຍຕົນເອງ. ພ້ອມນັ້ນ ຫຼາຍກອງປະຊຸມກ່ຽວກັບການຂຽນ CV ແລະ ການສໍາພາດ, ຮູ້ຈັກຕົວທ່ານເອງ ແລະ ການກໍານົດເປົ້າໝາຍ, ແລະ ການເຮັດວຽກອິດສະຫຼະ ໃນສະຖາປັດ ກໍໄດ້ຖືກຈັດຂຶ້ນພ້ອມກັນ.


ທ່ານ ດຣ. ເຄວິນ ສະມິດ, ຫົວໜ້າຫ້ອງການແຜນງານ ອົງການ USAID ໄດ້ໃຫ້ຂໍ້ສັງເກດວ່າ, “ນັກສຶກສາລາວມີພອນສະຫວັນ ແລະ ຈະເປັນຜູ້ນໍາຂອງປະເທດລາວ. ພວກເຂົາຈະມີບົດບາດສໍາຄັນໃນຄວາມສໍາເລັດຂອງການພັດທະນາຂອງປະເທດຊາດ. ອົງການ USAID ພູມໃຈທີ່ໄດ້ຮ່ວມມືກັບ ມະຫາວິທະຍາໄລແຫ່ງຊາດ ເພື່ອສະໜັບສະໜູນ ວັນນັດພົບແຮງງານ ໃນປີນີ້ ແລະ ກະກຽມນັກສຶກສາໃຫ້ເຂົ້າເຖິງໂອກາດໃນການເຮັດວຽກພາຍຫຼັງຮຽນຈົບການສຶກສາ.”

ຄຽງຄູ່ກັນນັ້ນ, CCO, ພາຍໃຕ້ການສະໜັບສະໜູນຈາກ ອົງການ USAID, ກໍາລັງດໍາເນີນການແຂ່ງຂັນ ການນໍາສະເໜີ ແນວຄວາມຄິດທຸລະກິດ. ວັນນັດພົບແຮງງານ ຄັ້ງທີ 9 ໄດ້ຈັດກອງປະຊຸມສຳມະນາ, ເຊິ່ງມີເປົ້າໝາຍເພື່ອຊ່ວຍເຫຼືອນັກສຶກສາສ້າງ ແລະ ພັດທະນາແນວຄວາມຄິດຂອງພວກເຂົາເພື່ອກ້າວເຂົ້າໄປສູ່ການແຂ່ງຂັນ. ກອງປະຊຸມສໍາມະນາໄດ້ຊ່ວຍໃຫ້ນັກຮຽນ ແລະ ທີມງານທີ່ສົນໃຈໄດ້ຮຽນຮູ້ເພື່ອພັດທະນາບົດສະເໜີທຸລະກິດຂອງພວກເຂົາທີ່ຈະມີຜົນກະທົບທາງບວກຕໍ່ຊຸມຊົນຂອງພວກເຂົາ.
ໃນຕອນທ້າຍຂອງ ວັນນັດພົບແຮງງານ, ວັນທີ 22 ຕຸລາ, ຫ້າແນວຄວາມຄິດທາງທຸລະກິດໄດ້ຖືກຄັດເລືອກ. ບັນດາກຸ່ມທີ່ຖືກຄັດເລືອກຈະໄດ້ຮັບຄໍາປຶກສາໃນເດືອນພະຈິກເພື່ອສ້າງແນວຄວາມຄິດທຸລະກິດຂອງພວກເຂົາ ແລະ ກຽມພ້ອມທີ່ຈະນໍາສະເໜີບົດໂຄງການເພື່ອຂໍທຶນຊ່ວຍເຫຼືອລ້າໃນເດືອນທັນວາ 2022.

ປີນີ້, ງານດັ່ງກ່າວໄດ້ຮັບການຕ້ອນຮັບເປັນຢ່າງດີຈາກນັກສຶກສາ, ຄູອາຈານ ແລະ ພະນັກງານທຸລະກິດ ຫຼາຍກວ່າ 1.000 ຄົນ ເຊິ່ງມີຄວາມກະຕືລືລົ້ນໃນການພົບປະ ແລະ ທັກທາຍບັນດານັກສຶກສາທີ່ເປັນເປົ້າໝາຍໃນຕໍ່ໜ້າ, ເຊິ່ງການຈັດງານໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກອົງການ USAID, ໂດຍຜ່ານ ໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງດ້ານການບໍລິການ (SMCS), ແລະ ຍັງມີບໍລິສັດຈາກຕ່າງປະເທດ ແລະ ທ້ອງຖິ່ນຈໍານວນໜຶ່ງ ເຊິ່ງມາຈາກຂະແໜງທະນາຄານ, ໂທລະຄົມມະນາຄົມ, ການກໍ່ສ້າງ ແລະ ພາກທຸລະກິດອື່ນໆ, ໂດຍຜ່ານການຈັດຕັ້ງປະຕິບັດຂອງ CCO ເຊິ່ງເປັນໜ່ວຍງານຫຼັກໃນການຈັດງານໃນຄັ້ງນີ້ໄດ້ຖືກສ້າງຕັ້ງຂຶ້ນໃນວັນທີ 18 ຕຸລາ 2011 ໂດຍ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ), ມະຫາວິທະຍາໄລແຫ່ງຊາດ (ມຊ). CCO ດໍາເນີນງານຢ່າງເປັນເອກະລາດນັບຕັ້ງແຕ່ປີ 2013 ໂດຍບໍ່ຫວັງຜົນກໍາໄລ ເຊິ່ງໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກ ຄສບ. ໜ້າທີ່ຂອງ CCO ແມ່ນໃຫ້ບໍລິການຄໍາປຶກສາກ່ຽວກັບການຈ້າງງານສໍາລັບນັກສຶກສາ ເຊັ່ນ: ການເຝິກອົບຮົມກ່ຽວກັບການຂຽນ CV, ເຕັກນິກການສໍາພາດ ແລະ ງານ ນັດພົບແຮງງານ.

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...