spot_img
Homeຂ່າວພາຍ​ໃນມອບ-ຮັບຊັບສິນທີ່ສານຕັດສິນຮັບເປັນຂອງລັດ ໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ

ມອບ-ຮັບຊັບສິນທີ່ສານຕັດສິນຮັບເປັນຂອງລັດ ໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ

Published on

ໂດຍປະຕິບັດຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 07/ນຍ, ລົງວັນທີ 05 ເມສາ 2017 ວ່າດ້ວຍການຂຶ້ນບັນຊີເຕົ້າໂຮມຊັບສິນທີ່ສານຕັດສິນຮິບເປັນຂອງລັດ ແລະ ຕາມຂໍ້ຕົກລົງ ສະບັບເລກທີ 0695/ກງ, ລົງວັນທີ 4 ມີນາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເຕົ້າໂຮມຊັບສິນທີ່ເຈົ້າໜ້າທີ່ຢຶດ, ອາຍັດ ແລະ ສານຕັດສິນຮິບເປັນຂອງລັດ.

ໃນວັນທີ 21 ຕຸລາ 2022 ນີ້ ທີ່ສາງເກັບມ້ຽນຂອງກາງຄະດີ ຂອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ໄດ້ເຊັນບົດບັນທຶກມອບ-ຮັບຊັບສິນທີ່ສານຕັດສິນຮິບເປັນຂອງລັດ (ສະເພາະຢູ່ນະຄອນຫຼວງວຽງຈັນ) ໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ເພື່ອນໍາໄປຂຶ້ນບັນຊີເປັນຂອງລັດ ແລະ ມອບເງິນເຂົ້າງົບປະມານຂອງລັດຕາມກົດໝາຍ ແລະ ລະບຽບການ.

ໂດຍຕາງໜ້າເຊັນບົດບັນທຶກມອບຂອງທ່ານ ພັອ ສາລີ ພຸດທະວົງ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ຕາງໜ້າເຊັນບັດບັນທຶກຮັບຂອງທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ພ້ອມດ້ວຍພະນັກວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບຊັບສິນທີ່ສານຕັດສິນຮິບເປັນຂອງລັດ ມອບ-ຮັບ ປະກອບມີ:

  1. ທີ່ດິນພ້ອມເຮືອນຈໍານວນ 8 ຕອນ
  2. ໄມ້ແປຮູບຈໍານວນ 92 ໂຕ
  3. ລົດໃຫຍ່ຈໍານວນ 12 ຄັນ
  4. ລົດຈັກຈໍານວນ 19 ຄັນ
  5. ວັດຖຸມີຄ່າຈໍານວນ 43 ລາຍການໃນ 17 ຄະດີ
  6. ເງິນສົດ ໃນນີ້ມີເງິນກີບຈຳນວນ 2,103 ຕື້ກີບ, ເງິນບາດໄທຈຳນວນ 698.680 ບາດ, ເງິນໂດລາສະຫະລັດຈຳນວນ 4.202 ໂດລາສະຫະລັດ, ເງິນຢວນຈຳນວນ 50 ຢວນ, ເງິນດົງ ຈຳນວນ 10.000 ດົງ.

ສ່ວນທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າຄະນະທີ່ຖືກແຕ່ງຕັ້ງຕາມຂໍ້ຕົກລົງ ສະບັບເລກທີ 0695/ກງ,ລົງວັນທີ 4 ມີນາ 2022 ຈະໄດ້ສືບຕໍ່ລົງກວດກາເກັບກໍາຂໍ້ມູນຊັບສິນທີ່ຮິບເປັນຂອງລັດຢູ່ບັນດາແຂວງ, ເພື່ອນໍາເອົາຊັບສິນມາເຕົ້າໂຮມຂຶ້ນບັນຊີເປັນຊັບສິນຂອງລັດຕາມກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ລະບຽບການ.

ແຫຼ່ງຂ່າວຈາກ ກະຊວງການເງິນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...