Homeຂ່າວການພັດທະນາໂຄງການເຂື່ອນໄຟຟ້າ ເຊລະນອງ ຈະເລີ່ມສຳຫຼວດຕົ້ນເດືອນໜ້ານີ້

ໂຄງການເຂື່ອນໄຟຟ້າ ເຊລະນອງ ຈະເລີ່ມສຳຫຼວດຕົ້ນເດືອນໜ້ານີ້

Published on

20141117100122

 

ໂຄງການ​ເຂື່ອນ​ໄຟຟ້າ ເຊລະນອງ III ເຊິ່ງ​ມີ​ທີ່​ຕັ້ງຢູ່​ບ້ານ​ຕັ່ງເອີ້ນ ເມືອງ​ນອງ ແຂວງ​ສະຫວັນນະ​ເຂດ ທີ່​ຫ່າງ​ຈາກ​

ຕົວ​ເມືອງເຊ​ໂປນ ໄປ​ປະມານ 60 ກິ​ໂລແມັດ ແລະ ເຂື່ອນ​ດັ່ງກ່າວ ​ໄດ້ຄາດ​ຄະເນ​ມີ​ກຳລັງ​ຕິດ​ຕັ້ງ​ປະມານ 80 ເມ​ກາ

​ວັດ ແລະ ສະເລ່ຍ​ການ​ຜະລິດ​ໄຟຟ້າ​ໄດ້​ປະມານ 305,62 GWh ຕໍ່​ປີ ແລະ ມູນ​ຄ່າ​ລວມ​ການ​ກໍ່ສ້າງ​ທັງ​ໝົດ 162ລ້ານ​

ໂດ​ລາ​ສະຫະລັດ ຫຼື ປະມານ 1.310 ຕື້​ກີບ.

 

ພາຍຫຼັງ​ທີ່​ບໍລິສັດ ສີ​ເມືອງກຣຸບ ຈຳກັດ ໄດ້​ເຊັນ​ບົດ​ບັນທຶກຄວາມ​ເຂົ້າໃຈ​ກັບ​ລັດຖະບານ ກໍ່ຄື​ກະຊວງ​ແຜນການ

ແລະ ການລົງທຶນ​ແລ້ວ ທາງ​ບໍລິສັດ​ກໍ່​ໄດ້ເລີ່ມ​ເຮັດ​ສັນຍາ​ການ​ເກັບ​ກຳ​ຂໍ້ມູນ​ທາງ​ອຸ​ທົກ​ກະ​ສາດ ກັບ​ບໍລິສັດ ໄຮ​ໂດຣ

​ລາວ ໃນ​ຕົ້ນ​ປີ 2014 ແລະ ໄດ້​ລົງມື​ຈັດ​ຕັ້ງ​ປະຕິບັດ​ຈົນເຖິງ​ປັດຈຸບັນ ແລະ ຜ່ານ​ການຊອກ ແລະ ຄົ້ນຄວ້າ​ຫາ​ບໍລິ

ສັດທີ່​ມາ​ສຳ​ຫຼວດ ກໍ່​ເປັນ​ເວລາ​ດົນນານ​ພໍ​ສົມຄວນ ຈຶ່ງ​ສາມາດ​ຄັດເລືອກ​ເອົາ​ສະ​ຖາ​ບັນ​ສຳ​ຫຼວດ​ສຶກສາ ແລະ ອອກ

​ແບບ​ຂອງ​ກຸ່ມ​ບໍລິ​ສັດ ຊີ​ໂນ​ໄຮ​ໂດຣ ເລກ 14 ແຂວງ​ຢຸນ​ນານ ມາ​ຮ່ວມ​ເຊັນ​ສັນຍາ ເພື່ອ​ສຳ​ຫຼວດ​ໂຄງການ​ດັ່ງກ່າວ

ເຊິ່ງ​ມີ​ມູນ​ຄ່າ​ໃນ​ການ​ສຳຫຼວດ 2,2 ລ້ານ​ໂດ​ລາ ຫຼື ປະມານ 17 ຕື້​ກີບ ຈະ​ເລີ່ມ​ລົງມື​ສຳຫຼວດ​ໂຄງການ​ໃນ​ຕົ້ນ​ເດືອນ

​ທັນວາ 2014 ແລະ ຈະ​ໃຊ້​ເວລາ​ໃນການ​ສຳ​ຫຼວດ​ເຖິງ 18 ເດືອນ.

 

ພິທີ​ເຊັນ​ສັນຍາ​ຮັບ​ເໝົາ​ການສຳ​ຫຼວດ​ສຶກ​ສາ​ຂໍ້​ມູນ ແລະ ອອກແບບ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ ​ໄດ້​ຈັດ​ຂຶ້ນ​

ວັນ​ທີ 14 ພະຈິກ 2014 ທີ່​ຮ້ານ​ອາຫານ​ຟູ​ມານ​ໂຫຼ ນະຄອນຫຼວງ​ວຽງ​ຈັນ ລະຫວ່າງທ່ານ ສຳລີ ມະຫາວົງ ຜູ້​ອຳນວຍ

ການ​ບໍລິສັດທີ່​ປຶກສາ​ບີ​ອີ​ທີ-ພະລັງ​ງານ ແລະ ບໍ່​ແຮ່ ຕາງໜ້າໃຫ້​ບໍລິສັດ ​ສີ​ເມືອງ​ກຣຸບ ແລະ ທ່ານ ຫຼວນ ຍິ່ງ ປິງ

ຮອງ​ຫົວໜ້າວິ​ສາ​ວະ​ກອນ​ ຂອງ​ສະ​ຖາ​ບັນ​ສຳຫຼວດ​ອອກ​ແບບ​ເຂື່ອນ​ໄຟຟ້າ​ນ້ຳຕົກ ໂດຍ​ຕາງໜ້າ​ໃຫ້​ກຸ່ມ​ບໍລິສັດ

ຊີ​ໂນ​ໄຮ​ໂດຣ ເລກ 14 ແຂວງ​ຢຸນນານ ມີ​ຜູ້ຕາງໜ້າ​ຈາກ​ກະຊວງແຜນການ ແລະ ການ​ລົງທຶນ ກະຊວງ​ພະລັງງານ

ແລະ ບໍ່​ແຮ່ ພ້ອມ​ດ້ວຍ​ພະນັກງານ​ກ່ຽວຂ້ອງທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ພິຍານ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...