Homeຂ່າວກິລາLao mazda GB FC ຄວ້າແຊ໋ມທີ່ປະເທດໄທ

Lao mazda GB FC ຄວ້າແຊ໋ມທີ່ປະເທດໄທ

Published on

ຂຸນພົນນັກເຕະໝາກເຜັດຂີ້ໝູລາວ ຂອງສະໂມສອນ Lao mazda GB FC ສ້າງຜົນງານໄດ້ຢ່າງຍອດຢ້ຽມ ລົງສະໜາມ 5 ນັດບໍ່ເສຍຈັກນັດ ໂດຍສະເພາະນັດຊິງຊະນະເລີດ ໃນເກມ ສະເໝີ ກັບທີມ ສະຫວັດບໍວອນ 2-2 ກ່ອນດວນຈຸດໂທດ ແລະ ເປັນ ລາວ ມາຊດາ ນິຄົມກວ່າເປັນຝ້າຍເອົາຊະນະ 4-3 ຄອງແຊ໋ມລາຍການ ແຊ໋ມຊົນແຊ໋ມ ທີ່ແຂວງຊຽງຣາຍ ປະເທດໄທ ຫຼື ລາຍການ SAT FOOTBALL THAILAND CHAMPIONSHIP 2022, ຫຼັງເກມການແຂ່ງຂັນ ທ່ານ ທິບພະເນດ ແກ້ວມະນີວົງ ປະທານສະໂມສອນ ມອບຜົນງານແຊ໋ມລາຍການນີ້ເປັນຂອງຂວັນໃຫ້ແຟນບານຊາວລາວໃນຂອບເຂດທົ່ວປະເທດ.

ສຳລັບທີມ ມາຊດ້າ ຢູ 8 ປີ ກໍສ້າງຜົນງານຢ່າງໂດດເດັ່ນ ລົງສະໜາມ 3 ນັດຊະນະ 2 ແລະ ສະເໝີ 1 ນັດ ຜ່ານເຂົ້າຮອບ 4 ທີມເຊັ່ນດຽວກັນ ຜ່ານໄປພົບອັນດັບ 2 ຂອງກຸ່ມອື່ນ ( ຍັງບໍ່ທັນໄດ້ຜົນທີ່ຊັດເຈນ ຖ້າໄດ້ຈະລາຍງານໃຫ້ຊາບຕື່ມ), ສ່ວນຜົນຮອບຄັດເລືອກມີດັ່ງນີ້:
ຜົນຂອງການແຂ່ງຂັນ:
ນັດທຳອິດ Mazda GB FC U8 3-0 ອາຍຸດທະຍາ ຢູ່ໄນເຕັດ
ນັດທີສອງ Mazda GB FC U8 2-2 TACTEAM
ນັດທີສາມ Mazda GB FC U8 3-0 ສີຣາຊາ ຈູເນີຍ

ສະຫລຸບຜົນງານໃນການເຂົ້າຮ່ວມລາຍການເສີກແຊ໋ມຊົນແຊ໋ມ ລາຍການນີ້ ມີສອງສະໂມສອນ ສົ່ງເຂົ້າຮ່ວມແຂ່ງຂັນ ກໍຄື Lao mazda GB FC ສົ່ງ 2 ຮຸ່ນ ຮຸ່ນຢູ-8 ປີ ແລະ ຢູ-13 ປີ ສ່ວນ WIG ສົ່ງ 3 ຮຸ່ນ ຢູ-9, ຢູ-10 ແລະ ຢູ-13 ປີ.
-Lao mazda GB FC ໄດ້ແຊ໋ມ ຢູ-8 ແລະ ຢູ-13 ຕົກຮອບຄັດເລືອກ
-WIG ໄດ້ທີ 3 ຮຸ່ນ 10 ປີ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...