spot_img
Homeຂ່າວຕ່າງປະເທດສີ ຈິ້ນຜິງ ໄດ້ຮັບເລືອກເປັນເລາຂາທິການໃຫຍ່ຄະນະກຳມະການກາງພັກກອມມູນິດຈີນ

ສີ ຈິ້ນຜິງ ໄດ້ຮັບເລືອກເປັນເລາຂາທິການໃຫຍ່ຄະນະກຳມະການກາງພັກກອມມູນິດຈີນ

Published on

ວັນທີ 23 ຕຸລາ 2022 ສຳນັກຂ່າວຊິນຫົວ ໄດ້ລາຍງານວ່າ ສີ ຈິ້ນຜິງ ໄດ້ຮັບເລືອກໃຫ້ກຳລົງຕຳແໜ່ງເລຂາທິການໃຫຍ່ຄະນະກຳມະການກາງພັກກອມມູນິດຈີນ (CPC) ຊຸດທີ 20 ໃນການປະຊຸມເຕັມຂະນະ ຄັ້ງທີ 1 ຂອງຄະນະກຳມະການກາງພັກ ເຊິ່ງຈັດຂຶ້ນໃນວັນອາທິດ ທີ່ຜ່ານມານີ້.

ການປະຊຸມດັ່ງກ່າວ ເຊິ່ງມີ ສີ ຈິ້ນຜິງ ເປັນປະທານ ມີສະມາຊິກຂອງຄະນະກຳມະການກາງພັກ ຊຸດທີ 20 ເຂົ້າຮ່ວມ 203 ຄົນ ແລະ ສະມາຊິກສຳຮອງ 168 ຄົນ.

ສະມາຊິກຄະນະກຳມະການຖາວອນ ປະຈຳກົມການເມືອງແຫ່ງຄະນະກຳມະການກາງພັກ ຊຸດທີ 20 ທີ່ໄດ້ຮັບເລືອກໃນການປະຊຸມຂ້າງຕົ້ນ ໄດ້ແກ່ ຫຼີ່ຊຽງ ຈ້າວເລີ່ຈີ້ ຫວັງຮູ່ໜິງ ໄຊ່ສີ ຕິງເຊວຍສຽງ ແລະ ຫຼີ່ຊີ່.

ນອກນີ້ ຍັງມີການເລືອກສະມາຊິກຄະນະກຳມະການກົມປະຈຳກົມການເມືອງ ແຫ່ງຄະນະກຳມະການກາງພັກ (Central Committee Secretariat) ຜູ້ໄດ້ຮັບການສະເໜີຊື່ໂດຍຄະນະກຳມະການຖາວອນ ປະຈຳກົມການເມືອງແຫ່ງຄະນະກຳມະການກສງພັກ.

ການປະຊຸມຄັ້ງນີ້ ຍັງໄດ້ປະກາດລາຍຊື່ສະມາຊິກກຳມາທິການ ທະຫານສ່ວນກາງ.

ໃນກອງປະຊຸມ ໄດ້ອະນຸມັດລາຍຊື່ເລຂາທິການ ຮອງເລຂາທິການ ແລະ ສະມາຊິກຄະນະກຳມະການຖາວອນ ປະຈຳຄະນະກຳມະການກວດສອບວິໄນ ສ່ວນກາງແຫ່ງພັກ (CCDI) ຜູ້ທີ່ໄດ້ຮັບເລືອກໃນການປະຊຸມເຕັມຄະນະຄັ້ງທຳອິດ ຂອງຄະນະກຳມະການກວດສອບວິໄນສ່ວນກາງພັກ ຊຸດທີ 20.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...