Homeຂ່າວອຸບັດຕິເຫດອຸບັດຕິເຫດລົດບັນທຸກນ້ຳມັນ ຕຳຂົວຂ້າມທາງລົດໄຟ

ອຸບັດຕິເຫດລົດບັນທຸກນ້ຳມັນ ຕຳຂົວຂ້າມທາງລົດໄຟ

Published on

ເກີດໄຟ​ໄໝ້​ຄັ້ງ​ໃຫຍ່​ໄດ້​ປົກຄຸມເມືອງ Aguascalientes. ພາກກາງຂອງເມັກຊິໂກ ພາຍຫຼັງລົດບັນທຸກນ້ຳມັນ ຕຳກັບຂົວຂ້າມທາງລົດໄຟຂົນສົ່ງສິນຄ້າ ໃນຕອນບ່າຍຂອງວັນທີ 20.10.2022, ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນ 120 ກວ່າຫຼັງ, ລົດໃຫຍ່ 50 ຄັນ, ແລະ ປະຊາຊົນ 1500 ຄົນຖືກຍົກຍ້າຍ, ບາດເຈັບ 3 ຄົນ.

ທ່ານ Miguel Murillo ຫົວໜ້າ​ດັບ​ເພີງໃນ Aguascalientes ກ່າວ​ວ່າ: ປະມານ 800 ຫາ 1,000 ຄົນ​ຕ້ອງ​ໄດ້​ຮັບ​ການ​ອົບ​ພະຍົບ​ໃນ​ທັນທີ. ຫຼັງ​ຈາກ​ໄຟ​ໄດ້​ແຜ່​ລາມ​ອອກ​ໄປ​ຢ່າງ​ກວ້າງ​ຂວາງ. ແລະເລີ່ມແຜ່ລາມໄປສູ່ເຮືອນປະຊາຊົນໃກ້ຄຽງ, ເຈົ້າ​ໜ້າ​ທີ່​ໄດ້​ຊ່ວຍ​ເຫຼືອ 12 ຄົນ​ຈາກ​ເຮືອນ​ທີ່​ຖືກ​ໄຟ​ໄໝ້ ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ​ສາຫັດ, ສ່ວນຄົນຂັບລົດບັນທຸກນໍ້າມັນເຊື້ອໄຟໄດ້ຖືກຈັບແລະດໍາເນີນຄະດີ.

ຄລິບ:

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...