spot_img
Homeຂ່າວພາຍ​ໃນທົ່ວເມືອງປາກລາຍໃນສົກຮຽນ 2022-2023 ຍັງມີນັກຮຽນປະລະໃນແຕ່ລະຊັ້ນຮຽນ 1.039 ນ້ອງ

ທົ່ວເມືອງປາກລາຍໃນສົກຮຽນ 2022-2023 ຍັງມີນັກຮຽນປະລະໃນແຕ່ລະຊັ້ນຮຽນ 1.039 ນ້ອງ

Published on

ຕອນເຊົ້າຂອງວັນທີ 19 ຕຸລາ 2022 ນີ້ທີ່ຫໍປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄົ້ນຄົ້ວປຶກສາຫາລືການລົງລະດົມນັກຮຽນປະລະການຮຽນ ໃນສົກຮຽນ 2022-2023 ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງປາກລາຍ ຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມ ຍຸຕິທໍາ ແລະ ຕຸລາການຂັ້ນເມືອງ ເຂົ້າຮວ່ມມີຄະນະປະຈໍາພັກເມືຶອງກໍາມະການພັກເມືອງ ຫົວໜ້າຮອງຫົວໜ້າຫ້ອງການ ພ້ອມດວ້ຍພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງເຂົາຮວ່ມ.

ໃນກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງສະບັບເລກທີ່ 834/ຈມປລ ລົງວັນທີ 18 ຕຸລາ 2022 ວ່າດວ້ຍການແຕ່ງຕັ້ງຄະນະຮັບຜິດຊອບ ລົງລະດົມນັກຮຽນທີ່ປະລະການຮຽນຢູ່ພາຍໃນເມືອງສົກປີ 2022-2023, ຜ່ານບົດລາຍງານກຽ່ວກັບສະພາບນັກຮຽປະລະໃນສົກປີ 2022-2023 ແລະ ຜ່ານແຜນດໍາເນີນງານການລະດົມນັກຮຽນທີ່ປະລະການຮຽນໃນໂຮງຮຽນເປົ້າໝາຍຂອງຄະນະຮັບຜິດຊອບໃນແຕ່ລະເຂດ ທົ່ວເມືອງປາກລາຍມີໂຮງຮຽນປະຖົມສຶກສາຈໍານວນ 68 ແຫ່ງ, ມັດທະຍົມສຶກສາຕອນຕົ້ນ 9 ແຫ່ງ ແລະ ມັດທະຍົມສຶກສົມບູນ 9 ແຫ່ງ ໃນສົກຮຽນ 2022-2023 ມີນັກຮຽນປະລະການຮຽນທັງໝົດ 1.039 ນ້ອງ, ຍິງ 487 ນ້ອງ ໃນນີ້ຂັ້ນ ປ.5 ບໍ່ຕໍ່ ມ.1 ມີ 132 ນ້ອງ, ມ.1 ບໍ່ຕໍ່ ມ.2 ມີ 131 ນ້ອງ, ມ.2 ບໍ່ຕໍ່ ມ.3 ມີ 127 ນ້ອງ, ມ.3 ບໍ່ຕໍ່ ມ.4 ມີ 131 ນ້ອງ, ມ.4 ບໍ່ຕໍ່ ມ.5 ມີ 288 ນ້ອງ, ມ.5 ບໍ່ຕໍ່ ມ.6 ມີ 76 ນ້ອງ ແລະ ຂັ້ນ ມ.6 ບໍ່ຕໍ່ ມ.7ມີ 80 ນ້ອງ ໃນກອງປະຊຸມຜູ້ເຂົ້າຮວ່ມ ແລະ ຄະນະຮັບຜິດຊອບ ແມ່ນໄດ້ພ້ອມກັນປຶກສາຫາລືຄົ້ນຄົ້ວປະກອບຄໍາຄິດຄໍາເຫັນ ເພື່ອຫາວິທີການແກ້ໄຂໃນການປະລະຂອງນ້ອງນັດຮຽນແຕ່ລະຊັ້ນຮຽນ ໂດຍໄດ້ສ້າງແຜນດໍາເນີນງານ ແລະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງລະອຽດ ເພື່ອລົງປຸກລະດົມແນວຄິດ ນັກຮຽນ ພໍ່ແມ່ຜູ້ປົກຄອງນັກຮຽນ ແລະ ອົງການປົກຄອງບ້ານ ໃຫ້ເຂົ້າໃຈເຖິງຍຸດທະສາດຂອງການສຶກສາໃນໄລຍະໃໝ່, ປະຕິບັດການສຶກສາພາກບັງຄັບ ເພື່ອປຸກລະດົມນັກຮຽນໃຫ້ໄດ້ເຂົ້າຮຽນຈົບຊັ້ນມັດທະຍົມສຶກສາສາຍສາມັນໃຫ້ຄົບຕາມຫຼັກສູດ ເຮັດໃຫ້ການປະລະການຮຽນຂອງນ້ອງນັກຮຽນແຕ່ລະຊັນຮຽນໃນທົ່ວເມືອງໃຫ້ນັບມື້ນັບຫຼຸດລົງ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...