spot_img
Homeຂ່າວພາຍ​ໃນປະກາດ​​ແຕ່ງຕັ້ງ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ

ປະກາດ​​ແຕ່ງຕັ້ງ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ

Published on

ວັນ​ທີ 18 ຕຸລາ 2022 ຜ່ານມາ, ໄດ້​ມີ​ພິທີ​ປະກາດ​ການ​ແຕ່ງຕັ້ງ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ- ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ບໍ​ລິ​ຄຳ​ໄຊ ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ, ກຳມະການ​ຄະນະ​ ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະ ເທດ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຄະນະ​ກຳມະ ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບສູນ​ກາງ, ມີ​ສະ ຫາຍ ສຸ​ວັນນີ ໄຊຊະນະ ຮອງ​ເລ ຂາ​ພັກ​ແຂວງ, ປະທານ​ສະພາ​ປະ ຊາຊົນ​ແຂວງ​ບໍ​ລິ​ຄຳ​ໄຊ,ມີ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບສູນ​ກາງ, ແຂວງ, ກອງພັນ​ໃຫຍ່ 642, ພະ ນັກງານ​ຫຼັກ​ແຫຼ່ງ ຈາກ​ກອງ​ບັນ ຊາ​ການ​ທະຫານ​ແຂວງ, ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະ ຫງົບ​ແຂວງ​ເຂົ້າ​ຮ່ວມ.

ສະຫາຍ ພົນ​ຈັດຕະວາ ຈວງ​ ຈັນ ລາດ​ຊະ​ວົງ ກຳມະການ​ຄະ ນະ​ປະຈຳ​ພັກ​ແຂວງ, ຮອງ​ປະ ທານ, ຜູ້​ປະຈຳການ​ຄະນະ​ກຳ ມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ, ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຜ່ານ​ບົດ​ສະຫຼຸບ​ຫຍໍ້​ການຈັດຕັ້ງ​ເຄື່ອນ​ໄຫວ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ແຂວງ​ບໍ​ລິ​ຄຳ​ໄຊ​ ເຊິ່ງ​ໄດ້​ຍົກ​ໃຫ້​ ເຫັນ​ຜົນງານ​ຫຼາຍ​ດ້ານ​ທີ​່ຍາດ​ມາ​ໄດ້ ແລະ ບາງ​ບັນຫາ​ທີ່​ຍັງ​ຄົງ​ ຄ້າງ​ຈະ​ຕ້ອງ​ໄດ້​ສຸມ​ໃສ່​ແກ້​ໄຂ​ໃນ ຕໍ່ໜ້າ, ຜ່ານ​ມາຄະ​ນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ໄດ້​ປະສານ​ສົມທົບ​ແໜ້ນ​ກັບ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ສະກັດ​ກັ້ນ ແລະ ແກ້​ໄຂ​ບັນຫາ​ປະກົດ​ການ​ຫຍໍ້ທໍ້​ຢ່າງ​ຕັ້ງໜ້າ, ໂດຍ​ສຸມ​ໃສ່​ແກ້​ໄຂ​ບັນຫາ 4 ເຖື່ອນ, 9 ຫົວຂໍ້​ວິທະຍາສາດ ຕິດ​ພັນ​ກັບ​ການຈັດຕັ້ງ​ປະຕິບັດ 2 ວາລະ ​ແຫ່ງ​ຊາດ​ຂອງ​ພັກ​ ແລະ ​ລັດຖະ ບານ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ຢ່າງ​ແຂງແຮງ ສາມາດ​ເຮັດ​ໃຫ້​ທົ່ວ​ແຂວງ​ມີ​ສະຖຽນ​ສະພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ເສດຖະກິດ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ, ໃນ​ນີ້​ໄດ້​ຫັນ​ເອົາ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ​ຂອງ​ພັກ​ຢ່າງ​ມີ​ຈຸດ​ສຸມ, ຄຽງ​ຄູ່​ກັບ​ການ​ສ້າງ​ບ້ານ​ປ້ອມ​ໝັ້ນ​ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລຽນ​ໄດ້​ຕາມ​ແຜນການ, ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໄດ້ 6 ບ້ານ, ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ດີ​ໄດ້ 37 ບ້ານ, ນອກ​ນີ້​ກຳລັງ​ປະກອບ​ອາວຸດ​ແຕ່​ລະ​ຂັ້ນ​ໃນ​ທົ່ວ​ແຂວງ​ຍັງ​ໄດ້​ຈັດ​ຕັ້ງ​ລະບົບ​ປະຈຳການ​ກຽມພ້ອມ​ສູ້​ຮົບ​ຢ່າງ​ເຂັ້ມ​ງວດ, ກະກຽມ​ກຳລັງ​ຕອບ​ຕ້ານ, ຮັບ​ມື້​ກັບ​ໄພພິບັດ​ທາງ​ທຳ​ມະ​ຊາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ ແລະ ຄວບ​ຄຸມ, ສະກັດ​ກັ້ນ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢ່າງ​ມີ​ປະ​ສິດທິ​ຜົນ,

ຈາກ​ນັ້ນ ສະຫາຍ ພັນ​ເອກ ຄຳ​ຜີວ ມະນີ​ວົງ ຮອງ​ຫົວໜ້າ​ຫ້ອງການ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ສູນ​ກາງ ໄດ້​ຜ່ານ​ມະຕິ​ຕົກລົງ ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ວ່າ​ດ້ວຍ​ສະເໜີ​ການ​ແຕ່ງຕັ້ງ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ແຂວງ​ບໍ​ລິ​ຄຳ​ໄຊ, ຄະນະ​ເລຂາທິການ​ສູນ​ກາງ​ພັກ​ຕົກລົງ​ແຕ່ງຕັ້ງ ສະຫາຍ ພັນ​ເອກ ຄຳ​ໃສ ແພງ​ຄຸນ ແລະ ສະຫາຍ ພັນ​ໂທ ເພັດ​ສະໄໝ ໂຮມ​ຂະ​ສິດ ເປັນ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ບໍ​ລິ​ຄຳ​ໄຊ ຕື່ມ​ອີກ. ໂອກາດ​ນີ້, ສະຫາຍ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ກໍ່​ໄດ້​ໂອ້​ລົມ ແລະ ຊີ້​ທິດ​ເຍືອງ​ທາງ​ຫຼາຍ​ບັນຫາ​ສຳຄັນ ພ້ອມ​ທັງ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ອັນ​ພົ້ນ​ເດັ່ນ​ຫຼາຍ​ດ້ານ​ທີ່​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ບໍ​ລິ​ຄຳ​ໄຊ ຍາດ​ມາ​ໄດ້​ໃນ​ຜ່ານ​ມາ ເຖິງ​ແມ່ນ​ວ່າ​ຈະ​ມີ​ສີ່ງ​ທ້າ​ທ້າຍ​ຫຼາຍ​ດ້ານ ແຕ່​ຄະນະ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ກໍ່​ໄດ້​ພ້ອມ​ກັນ​ປະຕິບັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ,ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ແລະ ​ວິຊາ​ສະເພາະ​​ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ພ້ອມ​ທັງ​ເນັ້ນ​ໃຫ້​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ແລະ ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ໜ້າທີ່​ໃໝ່ ສືບ​ຕໍ່​ປະຕິບັດ​ໜ້າທີ່​ການເມືອງ​ອັນ​ມີ​ກຽດ​ຂອງ​ຕົນ​ທີ່​ພັກ-ລັດ ແລະ ປະຊາຊົນ​ມອບ​ໝາຍ​ໃຫ້ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ​ຢ່າງ​ແຂງແຮງ.

ແຫຼ່ງຂ່າວຈາກ: Lao people’s Army News

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...