Homeຂ່າວພາຍ​ໃນແຂວງອັດຕະປື ມີຜູ້ຕິດຢາເສບຕິດ 890 ຄົນ

ແຂວງອັດຕະປື ມີຜູ້ຕິດຢາເສບຕິດ 890 ຄົນ

Published on

ໃນໄລຍະ 1 ປີຜ່ານມາ, ທາງເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ໄດ້ລົງເຄື່ອນໄຫວເກັບກໍາສະຖິຕິຜູ້ຕິດຢາເສບຕິດ ໄດ້ທັງໝົດ 890 ຄົນ ຍິງ 44 ຄົນ,ໃນນັ້ນ, ຫຼາຍກວ່າໝູ່ແມ່ນຢູ່ເມືອງໄຊເສດຖາ ມີຜູ້ຕິດຢາເສບຕິດເຖິງ 400 ຄົນ, ເມືອງພູວົງ 160 ຄົນ,ເມືອງສາມັກຄີໄຊ 126 ຄົນ, ເມືອງຊານໄຊ 144 ຄົນ ແລະ ເມືອງສະໜາມໄຊ 90 ຄົນ,ໃນຈໍານວນທັງໝົດ ໄດ້ເຂົ້າຮັບການປິ່ນປົວຢູ່ສູນບໍາບັດຂອງແຂວງມີຈໍານວນ 41 ຄົນ ແລະ ໄດ້ສຶກສາອົບຮົມມອບຄືນໃຫ້ຜູ້ປົກຄອງ ແລະ ອໍານາດການປົກຄອງບ້ານແລ້ວຈໍານວນ 32 ຄົນ,ຍັງສືບຕໍ່ບໍາບັດ 9 ຄົນ, ສ່ວນຜູ້ທີ່ມີການມົ້ວສຸມຢາເສບຕິດ ກໍ່ໄດ້ສຶກສາອົບຮົມກ່າວເຕືອນແລ້ວມອບຄືນໃຫ້ຜູ້ປົກຄອງ ແລະ ອົງການຈັດຕັ້ງບ້ານຕິດຕາມຕື່ມ ຈໍານວນ 35 ຄົນ,ຍິງ 4 ຄົນ .ພ້ອມດຽວກັນກໍ່ໄດ້ອອກໜັງສືຢັ້ງຢືນປອດຢາເສບຕິດ ໃຫ້ບຸກຄົນທົ່ວໄປ ໄດ້ຈໍານວນ 110 ສະບັບ .

ທ່ານ ພັນໂທ ອິນທະຫວາ ໂພທິລາດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດຂັ້ນແຂວງ ໄດ້ລາຍງານຢູ່ໃນພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ເມື່ອບໍ່ດົນຜ່ານມານີ້ ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາ ແຂວງອັດຕະປື ກໍຄືກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ໄດ້ຮີບຮ້ອນຊີ້ນໍາ-ນໍາພາກໍາລັງວິຊາສະເພາະ ເຄື່ອນໄຫວຢ່າງຈິງຈັງ ເພື່ອສະກັດກັ້ນ, ທັບມ້າງບັນດາລາຍຄະດີ, ຊ່ວຍເຫຼືອກອບກູ້ເອົາຊີວິດຜູ້ຖືກເຄາະຮ້າຍຕິດຢາເສບຕິດເຂົ້າບໍາບັດ,ຈັດຕັ້ງກໍາລັງລົງເຄື່ອນໄຫວສືບສວນ, ເກັບກໍາ ແລະ ຂື້ນບັນຊີບັນດາເປົ້າໝາຍ ຄ້າ-ຂາຍ ແລະ ເສບຢາເສບຕິດ, ພ້ອມທັງໄດ້ກໍານົດທິດທາງໃນການແກ້ໄຂ ແລະ ເຄື່ອນໄຫວເຮັດວຽກງານໂຄສະນາຜົນຮ້າຍຂອງຢາເສບຕິດ ແລະ ປຸກລະດົມຂົນຂວາຍຊຸກຍູ້ຄອບຄົວຜູ້ຖືກເຄາະຮ້າຍສົ່ງລູກຫຼານເຂົ້າຮັບການບໍາບັດປິ່ນປົວຢູ້ສູນ.

ທ່ານ ພັນໂທ ອິນທະຫວາ ໂພທິລາດ ໄດ້ໃຫ້ຮູ້ຕື່ມວ່າ: ໃນ 1 ປີຜ່ານມາທາງພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຍັງໄດ້ສໍາເລັດການເຮັດວຽກງານໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດຕາມຢູ່ບັນດາໂຮງຮຽນ ມສ 14 ແຫ່ງ,ໂຮງຮຽນເຕັກນິກວິຊາຊີບ 1 ແຫ້ງ, ລວມມີຜູ້ເຂົ້າຮ່ວມຮັບຟັງທັງຄູອາຈານ ແລະ ນັກຮຽນ-ນັກສຶກສາ ທັງໝົດ 8.201 ຄົນ,ຍິງ 3.980 ຄົນ,ພ້ອມທັງໄດ້ກະກຽມແຜນການເພື່ອລົງສະນາຢູ່ຕາມກຸ່ມບ້ານ ໂດຍເລັງໃສ່ 29 ກຸ່ມບ້ານ ແລະ 141 ບ້ານທົ່ວແຂວງ ໃຫ້ສໍາເລັດໃນຕໍ່ໜ້ານີ້.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...