spot_img
Homeຂ່າວພາຍ​ໃນມອບ-ຮັບ ໜ້າທີ່ອໍານວຍການລັດວິສາຫະກິດນໍ້າປະປາຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບ ໜ້າທີ່ອໍານວຍການລັດວິສາຫະກິດນໍ້າປະປາຜູ້ເກົ່າ ແລະ ຜູ້ໃໝ່

Published on

ພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ບຸນເຫຼືອ ສີລິພັນ ອໍານວຍການລັດວິສາຫະກິດນໍ້າປະປາ ແຂວງເຊກອງ (ຜູ້ເກົ່າ) ແລະ ທ່ານ ສຸລະພົນ ໝື່ນວິເສດ ອໍານວຍການລັດວິສາຫະກິດນໍ້າປະປາແຂວງເຊກອງ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 18 ກັນຍາ 2022 ນີ້, ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໂດຍມີທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ອໍານວຍການລັດວິສາຫະກິດນໍ້າປະປາແຂວງຜູ້ເກົ່າ ພ້ອມດ້ວຍໝູ່ຄະນະ ທີ່ໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດເຂົ້າໃນການນໍາພາ, ບັນຊາປະຕິບັດໜ້າທີ່ວຽກງານ, ຜ່ານຜ່າຄວາມຫຍຸ້ງຍາກຢູ່ໃນຂົງເຂດວຽກງານຂອງຕົນຮັບຜິດຊອບ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງເຊກອງເວົ້າລວມ, ເວົ້າສະເພາະແມ່ນການປະຕິບັດຕາມສິດ ແລະ ໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ໃນແຕ່ລະໄລຍະ ຈົນສຳເລັດຜົນຢ່າງຈົບງງາມ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງລັດວິສາຫະກິດນໍ້າປະປາແຂວງເຊກອງ.

ພ້ອມນັ້ນ, ທ່ານຮອງເຈົ້າແຂວງ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ສະຫາຍທີ່ໄປຮັບໜ້າທີ່ໃໝ່ຈະສືບຕໍ່ເສີມຂະຫຍາຍບົດຮຽນການນໍາພາ, ການບັນຊາຮ່ວມກັບໝູ່ຄະນະຕະຫຼອດໄລຍະຜ່ານມາຢູ່ແຕ່ລະຂະແໜງການ ເພື່ອນໍາໄປໝູນໃຊ້ເຂົ້າໃນການຄຸ້ມຄອງ, ບັນຊາ, ນໍາພາວຽກງານໃນກົມກອງໃຫ້ນັບມື້ນັບດີຂຶ້ນ.

ຂໍ້ມູນ:MediaLAOS

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...