spot_img
Homeຂ່າວພາຍ​ໃນງານມະຫາກຳສີມືຫັດຖະກຳລາວ ມີ 230 ຮ້ານເຂົ້າຮ່ວມວາງສະແດງ

ງານມະຫາກຳສີມືຫັດຖະກຳລາວ ມີ 230 ຮ້ານເຂົ້າຮ່ວມວາງສະແດງ

Published on

ມີຈຳນວນ 230 ຮ້ານ ເຂົ້າຮ່ວມງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ພາຍໃຕ້ຄໍາຂວັນ: ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ “ສະເໜຜ້າບ່ຽງລາວ” ປີນີ້ ຄົບຮອບ 25 ປີ ວັນສ້າງຕັ້ງສະມາຄົມຫັດຖະກຳລາວ.

ພິທີເປີດງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມ ຫັດຖະກຳລາວ ຄົບຮອບ 25 ປີ ໄດ້ຈັດຂຶ້ນໃນວັນທີ 17 ຕຸລານີ້ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນນາຍົກລັດຖະມົນຕີ, ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ປະທານຄະນະທີ່ປຶກສາສະມາຄົມຫັດຖະກຳລາວ, ທ່ານ ມະໄລທອງ ກົມມະສິດລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍແຂກຖືກເຊີນ, ບັນດາບໍລິສັດ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.

ທ່ານ ພູທອງ ໄຊສະນິດ ຮອງປະທານສະມາຄົມຫັດຖະກຳລາວ ລາຍງານວ່າ: ງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 21, ເປີດຂຶ້ນຂຶ້ນແຕ່ 15-23 ຕຸລາ 2022, ພາຍໃຕ້ຄໍາຂວັນ: ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ “ສະເໜ່ຜ້າບ່ຽງລາວ” ຖືເປັນບຸນປາງໃຫຍ່ສໍາລັບຊາວຊ່າງ ແລະ ຜູ້ປະກອບການດ້ານຫັດຖະກໍາລາວ, ມີຈຸດປະສົງຫຼັກ ເພື່ອສະເຫຼີມສະຫຼອງ “ວັນຫັດຖະກໍາລາວ ວັນທີ 1 ພະຈິກ” ທີ່ຈະມາເຖິງໃນມໍ່ໆນີ້ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມຫັດຖະກໍາລາວ ຄົບຮອບ 25 ປີ ເພື່ອໃຫ້ບັນດາຊາວຊ່າງ ແລະ ຜູ້ປະກອບການ ດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງການຕະຫຼາດ (ມີບ່ອນຂາຍ) ຜະລິດຕະພັນຫັດຖະກໍາຂອງຕົນ ພ້ອມທັງໄດ້ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດ, ການວາງສະແດງ ແລະ ການຂາຍ, ເພື່ອປະກອບສ່ວນສ້າງເປັນສະຖານທີ່ທ່ອງທ່ຽວດ້ານຫັດຖະກໍາ ດັ່ງຄໍາຂັວນທີ່ວ່າ; “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ”

ງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງນີ້ ຈະດໍາເນີນໄປຈົນເຖິງວັນທີ 23 ຕຸລາ 2022 ຊຶ່ງມີຫຼາຍພາກສ່ວນຫັດຖະກໍາ ທີ່ມາຈາກບັນດາແຂວງທົ່ວປະເທດເຂົ້າຮ່ວມ ປະກອບມີ: ພາກສ່ວນແຜ່ນແພ ຜ້າ ໄໝ, ຜ້າຝ້າຍພື້ນເມືອງ, ພາກສ່ວນເຄື່ອງປະດັບ, ພາກສ່ວນເຄື່ອງຈັກສານ, ພາກສ່ວນຜະລິດຕະພັນວັດທະນະທໍາ ເຄື່ອງປັ້ນດິນເຜົາ, ພາກສ່ວນໄມ້ແກະສະຫຼັກ, ເຟີນີເຈີ, ພາກສ່ວນອາຫານສໍາເລັດຮູບພື້ນເມືອງ, ກາເຟ, ສະໝູນໄພ ແລະ ອື່ນໆ. ນອກນນັ້ນ, ຍັງມີພາກສ່ວນສາທິດ ຫຼື ສະແດງການຜະລິດຕົວຈິງ ເປັນຕົ້ນແມ່ນ: ສາທິດການແສ່ວຜ້າ, ແກະສະຫຼັກຫີນ, ເຂັນຝ້າຍ, ສາວໄໝ, ປັກດິ້ງ, ຈັກສານ ຈາກຊາວຊ່າງແຂວງຜົ້ງສາລີ, ຫຼວງນໍ້າທາ, ຫຼວງພະບາງ, ຊຽງຂວາງ, ແຂວງວຽງຈັນ, ຈໍາປາສັກ, ສາລະວັນ ແລະ ອັດຕະປື. ຈໍານວນຮ້ານເຂົ້າຮ່ວມວາງສະແດງ ແລະ ຂາຍຄັ້ງນີ້ ມີທັງໝົດ 230 ຮ້ານ (ບຸດ). ພ້ອມກັນນີ້ ພາຍໃນງານຍັງມີຫຼາກຫຼາຍກິດຈະກຳຕື່ມອີກ.

ໂອກາດດັ່ງກ່າວ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸສາຫະກຳແຫ່ງຊາດລາວ ໄດ້ກ່າວເປີດງານຢ່າງເປັນທາງການວ່າ: ງານມະຫາກຳສີມືຫັດຖະກຳລາວ ກາຍເປັນບຸນປະເພນີປາງໃຫຍ່ ປະຈຳປີຂອງຊາວຊ່າງຫັດຖະກຳລາວ. ສະມາຄົມຫັດຖະກໍາລາວ ເປັນສະມາຄົມໜຶ່ງທີ່ໝັ້ນຄົງ ແລະ ເຄື່ອນໄຫວມາໄດ້ 25 ປີ, ມັນສະແດງເຖິງຄວາມເອົາໃຈໃສ່ຂອງຄະນະບໍລິຫານງານແຕ່ລະຊຸດ, ແຕ່ລະສະໄໝ ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການບໍລິຫານວຽກງານຂອງສະມາຄົມ ໃຫ້ສາມາດຍືນຍົງຈົນເຖິງທຸກວັນນີ້. ພ້ອອມກັນນັ້ນ, ສະມາຄົມຫັດຖະກໍາລາວ ຍັງມີຜົນງານອີກຫຼາຍດ້ານທີ່ພົ້ນເດັ່ນເຊັ່ນ: ໃນການອານຸລັກຮັກສາ ແລະ ສົ່ງເສີມພູມປັນຍາທາງດ້ານຫັດຖະກຳ ຊຶ່ງມັນສະແດງເຖິງການມີສ່ວນຮ່ວມໃນການສ້າງວຽກເຮັດງານທຳ ໃນຂົງເຂດຊົນນະບົດ, ການສ້າງລາຍໄດ້ ໃຫ້ກັບຊຸມຊົນ, ສະໜັບສະໜູນນະໂຍບາຍຂອງພັກ ແລະ ລັດຖະບານໃນການແກ້ໄຂຄວາມທຸກຈົນ.

ໃນພິທີດັ່ງກ່າວ ທ່ານ ພັນຄຳ ວິພາວັນ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເປີດງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ຢ່າງເປັນທາງການ ແລະ ຢ້ຽມຊົມການວາງສະແດງສີມືຫັດຖະກຳລາວ.

ແຫຼ່ງຂ່າວຈາກ ປະຊາຊົນ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...