spot_img
Homeຂ່າວພາຍ​ໃນປະທານສະພາແຫ່ງຊາດ ເຊີນຊວນນັກທ່ອງທ່ຽວຈາກຣັດເຊຍ ມາທ່ອງທ່ຽວ ສປປລາວ

ປະທານສະພາແຫ່ງຊາດ ເຊີນຊວນນັກທ່ອງທ່ຽວຈາກຣັດເຊຍ ມາທ່ອງທ່ຽວ ສປປລາວ

Published on

ໃນວັນທີ 17 ຕຸລາ 2022 ປະທານສະພາແຫ່ງຊາດ ໃຫ້ສຳພາດເນື່ອງໃນວັນສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 62 ປີ (07 ຕຸລາ 1960-07 ຕຸລາ 2022) ວ່າ: ພາຍຫຼັງທີ່ ສປປ ລາວ ໄດ້ປະກາດເປີດປະເທດໃນວັນທີ 5 ພຶດສະພາ ກໍໄດ້ມີນະໂຍບາຍຊຸກຍູ້ເພື່ອສົ່ງເສີມການທ່ອງທ່ຽວພາຍໃນປະເທດ ທັ້ງນີ້ ເພື່ອໃຫ້ມີນັກທ່ອງທ່ຽວສາມາດເຂົ້າໄປທ່ອງທ່ຽວ ຈຶ່ງໄດ້ມີການພັດທະນາປັບປຸງພື້ນຖານໂຄງລ່າງ ສ້າງສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວສຳລັບແຂວງທີ່ເປັນເປົ້າໝາຍ ເປັນຕົ້ນແມ່ນການປັບປຸງທ່າເຮືອ ເສັ້ນທາງຄົມມະນາຄົມຢູ່ແຫຼ່ງທ່ອງທ່ຽວ.

ໃນວັນທີ 3 ທັນວາ 2021 ທີ່ຜ່ານ ລັດຖະບານລາວ ກໍໄດ້ດຳເນີນນຳໃຊ້ລົດໄຟລາວ-ຈີນ ເຊິ່ງມີຄວາມສະດວກໃຫ້ແກ່ນັກທ່ອງທັງພາຍໃນ ແລະ ຕ່າງປະເທດ ນອກນີ້ ກະຊວງຖະແຫຼ່ງຂ່າວ ວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມກັບສື່ມວນຊົນພາຍໃນປະເທດ ໄດ້ຮ່ວມກັນໂຄສະນາແຫຼ່ງທ່ອງທ່ຽວ ໃນຫຼາຍໆຈຸດທີ່ໂດດເດັ່ນຂອງປະເທດລາວ ຜ່ານສື່ສັງຄົມອອນລາຍໃຫ້ແກ່ນັກທ່ອງທ່ຽວ.

ພ້ອມດຽວກັນນີ້ ທາງ ສປປ ລາວ ກໍຂໍເຊີນນັກທ່ອງທ່ຽວຈາກຣັດເຊຍ ມາທ່ອງທ່ຽວໃຫ້ຫຼາຍຂຶ້ນ ເນື່ອງຈາກປັດຈຸບັນ ສປປ ລາວ ກໍຈະມີສາຍການບິນ ລາວ-ຣັດເຊຍ ເສັ້ນທາງ ວລາດິວັດສຕົກ-ວຽງຈັນ ທີ່ຈະໄດ້ເປີດໃຊ້ບໍລິການ ເພື່ອໃຫ້ນັກທ່ອງທ່ຽວຈາກຣັດເຊຍເດີນທາງເຂົ້າມາທ່ຽວຫຼາຍຂຶ້ນ.

ແຫຼ່ງຂ່າວຈາກ ສະພາແຫ່ງຊາດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...