Homeຂ່າວທ້ອງຖິ່ນເມືອງນານ ແຂວງຫຼວງພະບາງ ໄດ້ຮັບຮັບທຶນສວນຄົວ

ເມືອງນານ ແຂວງຫຼວງພະບາງ ໄດ້ຮັບຮັບທຶນສວນຄົວ

Published on

ພິທີມອບ-ຮັບທຶນສວນຄົວ ໃຫ້ແກ່ປະຊາຊົນ 60 ຄອບຄົວ ໃນ 6 ບ້ານເປົ້າໝາຍຂອງໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ ທີ່ເມືອງນານ ໄດ້ຈັດຂຶ້ນໃນອາທິດຜ່ານມານີ້, ມີ ທ່ານ ສີວອນ ວົງຄໍາຈັນ ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ, ທ່ານ ແສງເພັດ ເພັດດວງຈັນ ຮອງເຈົ້າເມືອງ-ເມືອງນານ, ພ້ອມດ້ວຍຄະນະຮັບຜິດຊອບປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ວິຊາການ ແລະແຂກຮັບເຊີນເຂົ້າຮ່ວມ.

ພິທີຄະນະຮັບຜິດຊອບ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງໂຄງການແຕ່ລະໄລຍະ ເຫັນວ່າຫຼາຍໜ້າວຽກແມ່ນປະສົບຜົນສໍາເລັດຕາມຈຸດປະສົງ ແລະຄາດໝາຍທີ່ວາງໄວ້, ຈາກນັ້ນ ໄດ້ມີການມອບທຶນສວນຄົວ ໃຫ້ປະຊາຊົນ 60 ຄອບຄົວ ໃນ 6 ບ້ານເປົ້າໝາຍ ປະຈຳປີ 2022 ລວມທັງໝົດ 60,000 000 ກີບ, ຕາງໜ້າຮັບໂດຍ ທ່ານ ແສງເພັດ ເພັດດວງຈັນ ແລະກ່າວມອບໂດຍ ທ່ານ ສີວອນ ວົງຄໍາຈັນ ພ້ອມນີ້ ທີມງານຊ່ຽວຊານຂັ້ນສູນກາງ ໄດ້ນໍາເອົາເສື້ອ ແລະໝວກປ້ອງກັນການກະທົບ ຈໍານວນໜຶ່ງມອບໃຫ້ປະຊາຊົນຕື່ມອີກ.

ຕອນທ້າຍ ທ່ານຮອງເຈົ້າເຈົ້າເມືອງ-ເມືອງນານ ແລະ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ພ້ອມກັນເອົາໃຈໃສ່ຕິດຕາມ ຊຸກຍູ້ ສົ່ງເສີມບັນດາຄອບຄົວເປົ້າໝາຍທີ່ໄດ້ຮັບທຶນ ນຳໃຊ້ທືນໃຫ້ເກີດດອກອອກຜົນ ສ້າງໃຫ້ຄອບຄົວມີລາຍຮັບ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ທັງບັນລຸຕາມຈຸດປະສົງ ແລະຄາດໝາຍທີ່ວາງໄວ້. ໂອກາດນີ້ ຜູ້ເຂົ້າຮ່ວມໄດ້ລົງສໍາຫຼວດໂຄງການກໍ່ສ້າງສ້ອມແປງຊົນລະປະທານນໍ້າແສງ ໂດຍການສະໜັບສະໜູນທຶນ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ໃນການລົງສໍາຫຼວດເພື່ອກວດກາເບິ່ງ ບັນດາໜ້າວຽກ ແລະຄວາມຖືກຕ້ອງຕາມມາດຕະຖານ-ເຕັກນິກ ທາງດ້ານວິຊາການ ເພື່ອຮັບປະກັນເຮັດໃຫ້ບັນດາຊາວນາ ໄດ້ຊົມໃຊ້ນໍ້າຢ່າງທົ່ວເຖິງ ແລະມີຄວາມຍືນຍົງ.

ພາບ-ຂ່າວໂດຍ: ຂ່າວສານຫຼວງພະບາງ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...