spot_img
Homeຂ່າວພາຍ​ໃນກ້າວເຂົ້າເດືອນຕຸລາ ມີຜູ້ໂດຍສານ ຂີ່ລົດໄຟ ລາວ-ຈີນ 739 ລ້ານເທື່ອຄົນ

ກ້າວເຂົ້າເດືອນຕຸລາ ມີຜູ້ໂດຍສານ ຂີ່ລົດໄຟ ລາວ-ຈີນ 739 ລ້ານເທື່ອຄົນ

Published on

ໃນໄລຍະ 10 ເດືອນກວ່າ ທີ່ໄດ້ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ແລ່ນໃຫ້ບໍລິການລູກຄ້າ ແລະ ເຫັນໄດ້ຄວາມຕ້ອງການຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ ມາຮອດວັນທີ 3 ຕຸລາ ປີ 2022 ນີ້, ທາງລົດໄຟ ລາວ-ຈີນ ໄດ້ສະສົມໂຕເລກຜູ້ໂດຍສານທັງໝົດ 739 ລ້ານເທື່ອຄົນ ແລະ ການຂົນສົ່ງສິນຄ້າສະສົມໄດ້ 851 ລ້ານໂຕນ.

ທ່ານ ອາຊານ ນັກແປພາສາ ຢູ່ພະແນກຈັດການໂຄງການ ກຸ່ມບໍລິສັດ ກໍ່ສ້າງທາງລົດໄຟຈີນ ຊ່ວງສັນຍາທີ FJSGII ໄດ້ໃຫ້ຮູ້ວ່າ: ມາຮອດວັນທີ 3 ຕຸລາ 2022 ນີ້, ລົດໄຟ ລາວ-ຈີນ ໄດ້ສະສົມໂຕເລກຜູ້ໂດຍສານທັງຫມົດ 739 ລ້ານເທື່ອຄົນ ແລະ ການຂົນສົ່ງສິນຄ້າສະສົມໄດ້ 851 ລ້ານໂຕນ, ໃນນັ້ນມີສິນຄ້າຂ້າມແດນ 154 ລ້ານໂຕນ. ສະເພາະເດືອນກັນຍາ ຜ່ານມາ, ໄດ້ຂົນສົ່ງສີນຄ້າເຖິງ 125 ລ້ານໂຕນ, ໄດ້ສ້າງສະຖີຕິການຂົນສົ່ງສິນຄ້າຫຼາຍທີ່ສຸດໃນເດືອນດຽວ ຕັ້ງແຕ່ເລີ່ມເປີດການຂົນສົ່ງສິນຄ້າ 100 ກວ່າປະເພດໃນຕົ້ນປີ ແລະ ເພີ່ມຂຶ້ນມາເປັນ 1.200 ປະເພດ ແລະ ມີມູນຄ່າຂອງສິນຄ້າທັງໝົດແມ່ນຫຼາຍກວ່າ 100 ຕື້ຢວນ.

ທ່ານ ອາຊານ ພາສາແປ ຍັງໃຫ້ຮູ້ອີກວ່າ: ພາຍຫລັງເປີດເສັ້ນທາງລົດໄຟ ລາວ-ຈີນ ໄດ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງຜ່ານທາງລົດໄຟ ເຂົ້າມາທ່ຽວ ນະຄອນຫຼວງພະບາງ ຢ່າງຫຼວງຫຼາຍ, ເຮັດໃຫ້ປະຊາຊົນມີລາຍຮັບຈາກການເລີ່ມເຮັດທຸລະກິດຂອງຕົນເອງ ເປັນຕົ້ນ ຮ້ານຂາຍເຄື່ອງຍ່ອຍ, ຮ້ານອາຫານ ເພື່ອບໍລິການຜູ້ໂດຍ ສານຢູ່ໃກ້ກັບສະຖານີ ແລະ ສາມາດສ້າງລາຍຮັບເພີ່ມຂຶ້ນຫຼາຍກວ່າແຕ່ກອ່ນ.

ພາຍຫຼັງເປີດເສັ້ນທາງລົດໄຟລາວ-ຈີນ, ພາກສວນທາງລົດໄຟ ໄດ້ສົມທົບກັບພາກ ສ່ວນກ່ຽວຂ້ອງໃນການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19, ວິເຄາະຮູບການເດີນທາງຂອງຜູ້ໂດຍສານ, ຈັດສັນການເດີນທາງໃຫ້ຖືກຕ້ອງ, ເພີ່ມທະວີການສະໝອງສິນຄ້າ, ຂົນສົ່ງຜູ້ໂດຍສານ, ຮັບປະກັນຄວາມປອດໄພການເດີນທາງຂອງຜູ້ ໂດຍສານ, ຕອບສະໝອງຄວາມຕ້ອງການໆເດີນທາງຂອງຊາຊົນ ແຕ່ລະເສັ້ນທາງໃຫ້ພຽງພໍ.

ແຫຼ່ງຂ່າວຈາກ ປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...