spot_img
Homeຂ່າວຕ່າງປະເທດກາດຍິງໃນຄ້າຍທະຫານຣັດເຊຍ

ກາດຍິງໃນຄ້າຍທະຫານຣັດເຊຍ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດການ​ຍິງ​ກັນ​ຢູ່​ໃນ​ຄ້າຍ​ຝຶກ​ຊ້ອມ​ທາງ​ທະຫານ​ຂອງຣັດ​ເຊຍ​ໃນ​ເຂດ (Belgorod) ຣັດເຊຍ ເຊິ່ງມີຊາຍແດນຕິດກັບຢູເຄຣນ ໃນວັນເສົາ ທີ 15 ຕຸລາ 2022 ທີ່ຜ່ານມາ, ຕາມ​ເວລາ​ທ້ອງ​ຖິ່ນ ເຫດກາດດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດ 11 ຄົນ​ເສຍ​ຊີວິດ ​ແລະ 15 ຄົນ​ບາດ​ເຈັບ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ ຜູ້​ໂຈມ​ຕີ 2 ຄົນ​ແມ່ນ​ມາ​ຈາກ​ສະ​ຫະ​ພາບ​ໂຊ​ວຽດ​ໃນ​ອະ​ດີດ ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດ ແນວໃດກໍຕາມ, ທີ່​ປຶກສາ​ຂອງ​ ທ່ານ ປະທານາທິບໍດີ​ຢູເຄຣນ Volodymyr Zelensky ກ່າວ​ວ່າ ຜູ້​ໂຈມ​ຕີ​ແມ່ນ​ຊາວ ຕັດຈິກິດສະຖານ ໃຊ້ອາວຸດປືນຍິງຄົນອື່ນ ຫຼັງ​ຈາກ​ມີການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ສາດ​ສະ​ຫນາ​.

ສຳລັບ​ຄ້າຍ​ຝຶກ​ຊ້ອມ​ທາງ​ທະຫານ​ໃນ​ເຂດ Belgorod ຂອງຣັດ​ເຊຍ ​ເປັນ​ບ່ອນ​ຝຶກ​ອົບ​ຮົມ​ສໍາ​ລັບ​ຜູ້​ທີ່​ອາ​ສາ​ສະ​ຫມັກ​ໃນ​ຄວາມຂັດແຍ່ງລະຫວ່າງຢູເຄຣນ-ຣັດເຊຍ ຕາມ​ແຜນການ​ປະຕິບັດ​ການ​ທາງ​ທະຫານ​ພິ​ເສດ​ຂອງ​ປະທານາທິບໍດີ​ລັດ​ເຊຍ ວໍລາດີເມຍ ປູຕິນ (Vladimir Putin)

ທີ່ມາ: CNN

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...