spot_img
Homeຂ່າວພາຍ​ໃນພິທີທຳລາຍສິນຄ້າປອມແປງ-ຮຽນແບບ 26 ລາຍການ

ພິທີທຳລາຍສິນຄ້າປອມແປງ-ຮຽນແບບ 26 ລາຍການ

Published on

ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດພິທີທຳລາຍສິນຄ້າປອມແປງ-ຮຽນແບບ ທີ່ລະເມີດເຄື່ອງໝາຍການຄ້າ ຍີ່ຫໍ້ ຄູໂບຕ້າ ແລະ ນໍ້າມັນເຄື່ອງຍີ່ຫໍ້ອື່ນໆ, ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາເຈົ້າໜ້າທີ່ກວດກາພາຍໃນ ແລະ ເຈົ້າໜ້າທີ່ໜ່ວຍງານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແກ້ວພະໄທ ສູນນະລາດ ຫົວໜ້າພະແນກກວດກາການຄ້າ, ກົມການາຄ້າພາຍໃນ ກ່າວວ່າ: ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ບໍລິຊົມໃຊ້ ທັງເປັນການປົກປ້ອງສິດຂອງເຈົ້າຂອງຊັບສິນທາງປັນຍາທີ່ໄດ້ຈົດທະບຽນຖືກຕ້ອງ ຢູ່ ສປປ ລາວ. ໃນທ້າຍເດືອນ ພຶດສະພາ ຫາ ກັນຍາ 2022ນີ້ ກົມການຄ້າພາຍໃນ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າ, ເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ ສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະພະແນກ ອຸດສາຫະກຳ ແລະ ການຄ້າແຂວງກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມກວດກາເປົ້າໝາຍຈຳໜ່າຍສິນຄ້າປອມແປງ, ລອກຮຽນແບບ ເຄື່ອງໝາຍການຄ້າ ແລະ ລະເມີດລິຂະສິດ ຂອງເຄື່ອງໝາຍການຄ້າ ຍີ່ຫໍ້ ຄູໂບຕ້າ (KUBOTA) ຢູ່ 3 ແຂວງຄື: ແຂວງວຽງຈັນ, ສະຫວັນນະເຂດ ແລະ ຈຳປາສັກ ຜ່ານການກວດກາຕົວຈິງ ພົບເຫັນສິນຄ້າທີ່ປອມແປງ, ຮຽນແບບລະເມີນຊັບສິນທາງປັນຍາຂອງເຄື່ອງໝາຍການຄ້າຂອງຍີ່ຫໍ້ ຄູໂບຕ້າ ຈໍານວນ 138 ລາຍການ, ລວມມູນຄ່າ 203.304.000 ກີບ ສິນຄ້າດັ່ງກ່າວໄດ້ຍຶດເພື່ອທໍາລາຍ.

ໃນນັ້ນ, ມີ 26 ລາຍການ (ຈໍານວນ 342 ອັນ) ມູນຄ່າລວມ 28.436.000 ກີບ ທີ່ໄດ້ຈັດພິທີທໍາລາຍໃນມື້ນີ້ປະກອບມີ: ນ້ຳມັນເຄື່ອງ, ສາຍພານ ແລະ ອຸປະກອນອາໄລ່ ປອມແປງ, ຮຽນແບບ ເຄື່ອງໝາຍຄູໂບຕ້າ ທີ່ຍຶດມາຈາກ ເຂດຕະຫຼາດ ຫຼັກ 52, ໂພນໂຮງ ແລະ ທ່າລາດ ແຂວງວຽງຈັນ.

ສ່ວນທີ່ເຫຼືອ 11 ລາຍການ, ມູນຄ່າ 174.868.000 ກີບ ແມ່ນຍັງຢູ່ຂັ້ນຕອນດໍາເນີນການແກ້ໄຂການລະເມີດ, ໃນນັ້ນ, ຢູ່ແຂວງຈຳປາສັກ 37 ລາຍການ, ມູນຄ່າ 79.029.000 ກີບ, ແຂວງ ສະຫວັນນະເຂດ 75 ລາຍການ, ມູນຄ່າ 95.839.000 ກີບ, ໃນຕໍ່ໜ້າອົງການປະຕິບັດວຽກງານກວດກາການຄ້າ, ກົມການຄ້າພາຍໃນ ຈະໄດ້ລົງຊຸກຍູ້ການຈັດຕັ້ງວຽກງານກວດກາການຄ້າ ຢູ່ຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິຕາມແຜນປະຈຳເດືອນ, ງວດ, ປີ ແລະ ຈະສືບຕໍ່ຊອກແຫຼ່ງຂ່າວ, ແຫຼ່ງທີ່ມາ, ແຫຼ່ງຈຳໜ່າຍສິນຄ້າປະເພດດັ່ງກ່າວ ແລະ ປະເພດອື່ນ ທີ່ມີການປອມແປງ, ຮຽນແບບ ລະເມີດຊັບສິນທາງປັນຍາ ຢ່າງເປັນປະຈໍາ ນີ້ກໍເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ ໃຫ້ໄດ້ຮັບຄວາມຍຸດຕິທໍາ ແລະ ຫັນຫົວໜ່ວຍທຸລະກິດເຂົ້າສູ່ລະບຽບກົດໝາຍ ພ້ອມທັງເປັນການຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດທີ່ດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...