spot_img
Homeຂ່າວການຊ່ວຍເຫຼືອອົງການ USAID ມອບທຶນຊ່ວຍເຫຼືອລ້າ 1.5 ລ້ານໂດລາ

ອົງການ USAID ມອບທຶນຊ່ວຍເຫຼືອລ້າ 1.5 ລ້ານໂດລາ

Published on

ວັນທີ 13 ຕຸລາ 2022 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ – ໃນການຢ້ຽມຢາມໂຮງໝໍເມືອງສີສັດຕະນາກໃນມື້ນີ້,   ທ່ານ ດານຽວ ຄຣິດເຕິນບລິ້ງ, ຜູ້ຊ່ວຍລັດຖະມົນຕີ – ຊີ້ນຳຂົງເຂດວຽກງານ ອາຊີຕາເວັນອອກ ປາຊີຟິກ, ກະຊວງການຕ່າງປະເທດ ສ. ອາເມລິກາ ໄດ້ປະກາດໃຫ້ການຊ່ວຍເຫຼືອຕື່ມອີກ 1.5 ລ້ານໂດລາ ເພື່ອຊຸກຍູ້ວຽກງານການສັກວັກຊີນກັນພະຍາດໂຄວິດ-19. ງົບປະມານຈຳນວນດັ່ງກ່າວແມ່ນບໍລິຫານໂດຍ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ແລະ ຈັດຕັ້ງປະຕິບັດໂດຍ ອົງການອານາໄມໂລກ ແລະ ອົງການຢູນິເຊບ.

ກ່ອນໃຫ້ຖະແຫຼງການ, ທ່ານ ຄຣິດເຕິນບລິ້ງ ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດສະຫະລັດອາເມລິກາ, ຮ່ວມກັບ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປີເຕີ ເຣມອນ, ທູດສະຫະລັດອາເມລິກາປະຈຳ ສປປ ລາວ, ດຣ. ຍິງ ຣູແຈັກເກີລິນໂລ, ຜູ້ຕາງໜ້າອົງການ WHO ປະຈຳ ສປປ ລາວ, ແລະ ເດວິດ ດຸນການ, ຫົວໜ້າໜ່ວຍງານອານາໄມ ປະຈຳອົງການ UNICEF, ໄດ້ຢ້ຽມຢາມຄວາມຄືບໜ້າວຽກງານການສັກວັກຊີນໂຄວິດ-19 ແລະ ປຶກສາຫາລືກ່ຽວກັບບັນດາເງື່ອນໄຂຕ່າງໆເພື່ອປິດຊ່ອງວ່າງທີ່ເປັນອຸປະສັກໃນການສັກວັກຊີນ.

ດຣ. ສະໜອງ ສະແດງຄວາມຂອບໃຈຕໍ່ລັດຖະບານອາເມລິກາ ແລະ ອົງການ USAID ທີ່ສືບຕໍ່ໃຫ້ການສະໜັບສະໜູນການຕອບໂຕ້ພະຍາດໂຄວິດ-19 ແລະ ການຊຸກຍູ້ວຽກງານການສັກວັກຊີນ. ດຣ. ສະໜອງ ກ່າວວ່າ: ການປົກປ້ອງປະຊາຊົນຈາກພະຍາດໂຄວິດ-19, ປົກປ້ອງຊຸມຊົນ, ສົ່ງເສີມການຟື້ນຟູເສດຖະກິດ, ແລະ ຫຼີກລ້ຽງຜົນກະທົບຕໍ່ການເຂົ້າໂຮງຮຽນ ແລະ ການເຮັດວຽກ ຖືເປັນໜຶ່ງໃນບູລິມະສິດຫຼັກຂອງພວກເຮົາ. ການສືບຕໍ່ຊ່ວຍເຫຼືອນີ້ຈະສາມາດຊ່ວຍຊີວິດ, ຮັບປະກັນວ່າຊຸມຊົນຂອງພວກເຮົາຮັບຮູ້ເຖິງຄວາມສຳຄັນຂອງການສັກວັກຊີນ ແລະ ມາຮັບວັກຊີນຕາມຄຳແນະນຳ. ພວກເຮົາຍັງບໍ່ປອດໄພຈົນກວ່າກຸ່ມທີ່ມີຄວາມສ່ຽງທີ່ສຸດປອດໄພ.

 

ປັດຈຸບັນ 72% ຂອງປະຊາກອນໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຄົບໂດຍພື້ນຖານ ເຊິ່ງໃກ້ຈະບັນລຸເປົ້າໝາຍ 80% ໃນທ້າຍປິ 2022. ເຖິງຢ່າງໃດກໍຕາມ, ໃນກຸ່ມຜູ້ສູງອາຍຸເຊິ່ງເປັນກຸ່ມທີ່ມີຄວາມສ່ຽງສູງຕໍ່ພະຍາດໂຄວິດ-19 ຈຳນວນ ພຽງແຕ່ 25% ຍັງບໍ່ໄດ້ຮັບວັກຊີນຄົບໂດສຊຸດທຳອິດເທື່ອ.

ທຶນການຊ່ວຍເຫຼືອດັ່ງກ່າວຈະນຳໄປປະກອບສ່ວນໃນການຈັດສົ່ງວັກຊີນ, ການເຂົ້າສັກວັກຊີນທີ່ຊຸມຊົນ, ການໂຄສະນາເຜີຍແຜ່ທາງສື່ມວນຊົນ ແລະ ຂົງເຂດການຊ່ວຍເຫຼືອອື່ນໆ ເພື່ອເພີ່ມອັດຕາການປົກຄຸມຂອງວັກຊີນໂຄວິດ-19, ໂດຍສະເພາະໃນຊຸມຊົນທີ່ມີຄວາມສ່ຽງ, ຜູ້ສູງອາຍຸ ແລະ ກຸ່ມຄົນພິການ. ຈຸດທີ່ເນັ້ນໜັກໂດຍແມ່ນສະເພາະແມ່ນການຊຸກຍູ້ພະນັກງານກະຊວງສາທາລະນະສຸກ ເພື່ອເພີ່ມການບໍລິການເຖິງທີ່ໃຫ້ແກ່ກຸ່ມເປົ້າໝາຍທີ່ຢູ່ເຂດຊົນນະບົດ ແລະ ເຂດທີ່ຫຍຸ້ງຍາກໃນການເຂົ້າເຖິງສະຖານທີການບໍລິການ.

ທ່ານ ຄຣິດເຕິນບລິ້ງ ກ່າວວ່າ:ຖະແຫຼງການສະໜັບສະໜູນໃນມື້ນີ້ເປັນການຮັດແໜ້ນການຮ່ວມມືອັນເຂັ້ມແຂງ ພາຍໃຕ້ຍຸດທະສາດການຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນການຕອບໂຕ້ການລະບາດພະຍາດໂຄວິດ-19 ແລະ ປູພື້ນຖານເພື່ອຟື້ນຟູສະພາບໃຫ້ກັບມາດີຂຶ້ນກວ່າເກົ່າ. ການສະໜັບສະໜູນອີກ 1.5 ລ້ານໂດລາ ນີ້ຈະຊ່ວຍເພີ່ມທະວີຊຸກຍູ້ລັດຖະບານ ສປປ ລາວ ໃນວຽກງານການສັກວັກຊີນໂຄວິດ-19 ແກ່ກຸ່ມປະຊາກອນທີ່ມີຄວາມສ່ຽງ ລ່ວມທັງຜູ້ສູງອາຍຸ, ກຸ່ມຄົນພິການ ແລະ ກຸ່ມເປົ້າໝາຍທີ່ຢູ່ເຂດທີ່ເຂົ້າເຖິງຍາກ.”

ການສະໜັບສະໜູນຄັ້ງນີ້ແມ່ນສ່ວນໜຶ່ງຂອງການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາ ລວມມູນຄ່າຫຼາຍກວ່າ 16.7 ລ້ານໂດລາ ເພື່ອຊຸກຍູ້ວຽກງານໃຫ້ວັກຊີນໂຄວິດ-19, ຕໍ່ເນື່ອງຈາກການມາເຖິງວັກຊີນຟາຍເຊີສຳລັບເດັກນ້ອຍ ເມື່ອບໍ່ດົນມານີ້ ຫຼາຍກວ່າ 201,600 ໂດສ ຜ່ານໂຄງການ COVAX ເພື່ອໃຫ້ວັກຊີນແກ່ເດັກກຸ່ມອາຍຸ 5–11 ປີ ແລະ ເພື່ອໃຫ້ບັນລຸເປົ້າໝາຍ 80% ໃນປີທ້າຍປີ 2022. ມາເຖິງປັດຈຸບັນ, ສະຫະລັດອາເມລິກາໄດ້ບໍລິຈາກວັກຊີນກັນພະຍາດໂຄວິດ-19 ຈຳນວນຫຼາຍກວ່າ 2.9 ລ້ານ ໂດສ.

ດຣ. ຍິງ ຣູແຈັກເກີລິນໂລ ກ່າວວ່າ: ພວກເຮົາຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນຢ່າງບໍ່ຢຸດຢັ້ງຂອງລັດຖະບານສະຫະລັດອາເມລິກາ. ພວກເຮົາຍັງບໍ່ທັນໄປເຖິງຈຸດນັ້ນເທື່ອ, ແຕ່ພະຍາດໂຄວິດ-19 ແມ່ນໃກ້ຈະເຖິງຈຸດສິ້ນສຸດ. ໂດຍຄວາມພະຍາຍາມ ແລະ ເອົາໃຈໃສ່ຂອງຄອບຄົວ, ຊຸມຊົນ ແລະ ຂະແໜງສາທາລະນະສຸກ, ພວກເຮົາສາມາດຮັບປະກັນວ່າທຸກຄົນໄດ້ຮັບການປົກປ້ອງ ແລະ ຫາຍຈາກພະຍາດໄດ້ຢ່າງປອດໄພ. ພວກເຮົາຕ້ອງລະດົມກັນໄປສັກວັກຊີນ.
ວັກຊີນທັງໝົດທີ່ນຳໃຊ້ໃນ ສປປ ລາວ ແມ່ນໄດ້ຮັບການອະນຸມັດໂດຍອົງການອານາໄມໂລກ ແລະ ກະຊວງສາທາລະນະສຸກ, ແລະ ໄດ້ຮັບການຢັ້ງຢືນວ່າມີຄວາມປອດໄພ ແລະ ມີປະສິດທິພາບ ໃນການປົກປ້ອງປະຊາຊົນຈາກການເຈັບປ່ວຍຮຸນແຮງຈາກພະຍາດໂຄວິດ-19.

ເດວິດ ດຸນການ ກ່າວວ່າ: ພວກເຮົາຕ້ອງພະຍາຍາມທຸກວິທີທາງເພື່ອປົກປ້ອງທຸກຄົນຢູ່ໃນ ສປປ ລາວ. ໃນນີ້ການເຂົ້າເຖິງວັກຊີນກັນພະຍາດໂຄວິດ-19 ຢ່າງເທົ່າທຽມແມ່ນປັດໄຈຫຼັກ. ພວກເຮົາຕ້ອງຮ່ວມໃຈກັນກຳຈັດຊ່ອງວ່າງນັ້ນ ເພື່ອຮັບປະກັນວ່າວັກຊີນເຂົ້າເຖິງທຸກຄົນ, ນັບແຕ່ຜູ້ສູງອາຍຸ ຈົນເຖິງ ເດັກນ້ອຍ. ຖ້າເຮົາທຸກຄົນຮ່ວມມືກັນກໍຈະສາມາດບັນລຸເປົ້າໝາຍສຳຄັນດັ່ງກ່າວໄດ້ ແລະ ສາມາດຊ່ວຍປົກປ້ອງຄອບຄົວຂອງເຮົາຈາກຜົນກະທົບຂອງພະຍາດລະບາດ, ແລະ ຊ່ວຍໃຫ້ເດັກນ້ອຍກັບເຂົ້າໄປຮຽນໄດ້ຢ່າງເປັນປົກກະຕິ.

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...