Homeຂ່າວຕ່າງປະເທດເຮືອບິນຂັບໄລ່ໄດ້ຕິດຕາມປ້ອງກັນເຮືອບິນຂອງອັງກິດທີ່ຖືກຂູ່ວາງລະເບີດ

ເຮືອບິນຂັບໄລ່ໄດ້ຕິດຕາມປ້ອງກັນເຮືອບິນຂອງອັງກິດທີ່ຖືກຂູ່ວາງລະເບີດ

Published on

ອັງກິດສົ່ງເຮືອບິນຂັບໄລ່ 2 ລຳ ຂຶ້ນຄຸ້ມກັນເຮືອບິນ Jet2 ໃຫ້ລົງຈອດຢູ່ສະໜາມບິນອື່ນແທນ ຍ້ອນຖືກຂູ່ວາງລະເບີດ.

ສຳນັກຂ່າວຈາກອັງກິດ ໄດ້ລາຍງານວ່າ: ໃນວັນທີ 13 ຕຸລາ 2022 ຜູ້ໂດຍສານ ແລະ ນັກບິນເທິງເຮືອບິນໂດຍສານ ສານການບິນ Jet2 ປະສົບເຫດລະທຶກ ຖືກຂູ່ວາງລະເບີດເທິງເຮືອບິນ ພາຍຫຼັງເຮືອບິນລຳນີ້ເດີນທາງຈາກເມືອງດາລາແມນ ໃນຕວກກີ ເພື່ອມາເມືອງແມນເຊສເຕີ ຂອງອັງກິດ ເຮັດໃຫ້ກອງທັບອາກາດອັງກິດຕ້ອງສົ່ງເຮືອບິນຂັບໄລ່ ບິນຄຸ້ມກັນເຮືອບິນໂດຍສານ Jet2 ລຳນີ້ ແລະ ປ່ຽນປາຍທາງໃຫ້ເຮືອບິນມາລົງຈອດເດີ່ນຍົນລອນດອນສະແຕນສະເຕດ.

ແຕ່ໂຊກດີທີ່ເຮືອບິນໄດ້ລົງຈອດໂດຍບໍ່ມີເຫດການຮຸນແຮງເກີດຂຶ້ນ ຫຼັງຈາກນັ້ນເຮືອບິນຂັບໄລ່ກໍໄດ້ໄປຈອດຢູ່ບ່ອນໄກໆຈາກອາຄານຫຼັກຂອງຜູ້ໂດຍສານ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...