spot_img
Homeຂ່າວອຸບັດຕິເຫດສາເຫດເຮືອຫຼົ້ມ! ທີ່ແຂວງຈຳປາສັກ

ສາເຫດເຮືອຫຼົ້ມ! ທີ່ແຂວງຈຳປາສັກ

Published on

ອີງຕາມການລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ: ໃນວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ, ເຊິ່ງຕອນນີ້ແມ່ນໄດ້ພົບສົບແລ້ວ.

ຈາກເຫດການອຸບັດຕິເຫດເຮືອ 12 ສີພາຍຫລົ້ມ ຫລັງຈາກກັບຈາກການເຂົ້າຮ່ວມແຂ່ງຂັນຊ່ວງເຮືອທີ່ ບ້ານແຊລະບໍາ, ເມືອງຊະນະສົມບູນ, ແຂວງຈໍາປາສັກ ໃນວັນທີ 9 ຕຸລາ 2022 ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ.

ທ່ານ ສອນສະຫວັນ ສີວິໄລ, ເຈົ້າເມືອງຊະນະສົມບູນ ໄດ້ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 11 ຕຸລານີ້ ວ່າ: ເຮືອດັ່ງກ່າວ ແມ່ນ 1 ໃນຈໍານວນ 21 ລໍາ ທີ່ເຂົ້າຮ່ວມແຂ່ງ ຂັນຊ່ວງເຮືອປະຈໍາປີທີ່ຈັດຂຶ້ນຢູ່ ບ້ານແຊລະບໍາ, ເຊີ່ງພາຍຫລັງສໍາເລັດການແຂ່ງຂັນເຮືອແຕ່ລະລໍາໄດ້ກັບບ້ານໃນຕອນແລງຂອງວັນດຽວກັນ, ໃນນັ້ນ ສະເພາະລໍາທີ່ເກີດເຫດແມ່ນເຮືອຂອງ ບ້ານແຊລະບໍາ ທີ່ມີທັງໝົດ 8 ຄົນພາຍເຮືອກັບບ້ານ ເມື່ອໄປຮອດຈຸດເກີດເຫດເຊີ່ງເປັນແກ້ງຢູ່ນໍ້າເຊໂດນ, ເຮືອລໍາດັ່ງກ່າວບໍ່ໄປຕາມແກ້ງນ້ອຍທີ່ມີນໍ້າໄຫລບໍ່ແຮງຕາມທີ່ເຄີຍໄປ, ແຕ່ເລືອກໄປທາງແກ້ງໃຫຍ່ທີ່ມີນໍ້າໄຫລແຮງ ຈິ່ງເຮັດໃຫ້ກະແສນໍ້າພັດເອົາໂຕເຮືອໄປຕໍາໃສ່ໂງ່ນຫີນໃຫຍ່ຈົນເຮືອແຕກຫັກແລ້ວຫລົ້ມລົງນໍ້າ ເຮັດໃຫ້ມີຜູ້ສູນຫາຍ 1 ຄົນ. ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ໜ່ວຍກູ້ໄພຂອງແຂວງໄດ້ພ້ອມກັນຄົ້ນຫາຈົນມາຮອດວັນທີ 10 ຕຸລາ ຈິ່ງພົບສົບຜູ້ເສຍຊີວິດ ເຊີ່ງເປັນປະຊາຊົນ ບ້ານແຊລະບໍາ ຊື່ ທ້າວ ອາກອນ, ອາຍຸ 38 ປີ. ຈາກນັ້ນ ອົງການປົກຄອງບ້ານ ແລະ ຍາດພີ່ນ້ອງຜູ້ເສຍຊີວິດໄດ້ຈັດພິທີຊາປະນາກິດສົບໃນວັນທີ 11 ຕຸລານີ້, ສ່ວນອົງປົກຄອງເມືອງໄດ້ມີນະໂຍບາຍຕໍ່ຄອບຄົວຜູ້ກ່ຽວຕາມຄວາມເໝາະສົມ ແລະ ເງື່ອນໄຂຕົວຈິງ.

ທ່ານໃຫ້ຮູ້ຕື່ມວ່າ: ຖອດຖອນບົດຮຽນຈາກເຫດການທີ່ເກີດຂຶ້ນຄັ້ງນີ້, ອົງການປົກຄອງເມືອງຈະແຈ້ງເຕືອນ ແລະ ແນະນໍາໃຫ້ບັນດາບ້ານທີ່ຈະຈັດການແຂ່ງຂັນຊ່ວງເຮືອ ກໍຄື ຈັດງານຕ່າງໆ ໃນຕໍ່ໜ້າ ຕ້ອງມີມາດຕະການ ຫລື ການແນະນໍາປະຊາຊົນມີສະຕິປ້ອງກັນປະກົດການຫຍໍ້ທໍ້ໃຫ້ສູງກວ່າເກົ່າ ເພື່ອປ້ອງກັນຄວາມສູນເສຍທັງຊີວິດ ແລະ ຊັບສິນຂອງປະຊາຊົນທີ່ອາດຈະເກີດຂຶ້ນ.

CR: Lao Youth Radio

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...