spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ແຫ່ງ ສປປ ລາວເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳຍິງອາຊຽນ ຄັ້ງທີ 2

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳຍິງອາຊຽນ ຄັ້ງທີ 2

Published on

ໃນຕອນບ່າຍຂອງວັນທີ 12 ຕຸລາ 2022, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳຍິງອາຊຽນ ຄັ້ງທີ 2 ພາຍໃຕ້ຫົວຂໍ້: “ການສ້າງອະນາຄົດແບບຍືນຍົງ, ກວມລວມ ແລະ ເຂັ້ມແຂງ: ການສົ່ງເສີມຜູ້ປະກອບການຍິງໃນອາຊຽນ”, ພາຍໃຕ້ການເປັນປະທານຂອງ ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ປະທານອາຊຽນປີ 2022, ໂດຍມີບັນດາຜູ້ນຳອາຊຽນ, ລັດຖະມົນຕີ, ຕາງ ໜ້າຜູ້ນຳຍິງອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ສຳລັບຕາງໜ້າຜູ້ນຳແມ່ຍິງລາວແມ່ນ ທ່ານ ນາງ ອິນລາວັນ ແກ້ວບຸນພັນ, ປະທານຄະນະບໍລິຫານງານສູນກາງສະຫະ ພັນແມ່ຍິງລາວ ເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງ ບົດບາດຂອງແມ່ຍິງ ກໍຄືບັນດາຜູ້ປະກອບການແມ່ຍິງ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນຂະບວນ ການຟື້ນຟູເສດຖະກິດ-ສັງຄົມ ຢູ່ໃນພາກພື້ນອາຊຽນ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ຊຶ່ງແມ່ຍິງໄດ້ມີສ່ວນຮ່ວມໃນຂະບວນການລວມຂອງອາຊຽນ ກໍຄືການພັດທະນາແບບຍືນຍົງຢູ່ໃນພາກພື້ນ.ກອງປະຊຸມໄດ້ເຫັນດີສືບຕໍ່ການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນວຽກ ງານ ແລະ ກິດຈະກຳຕ່າງໆ ຂອງອາຊຽນ ລວມທັງ ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນຫຼັງປີ 2025 ແລະ ແຜນຟື້ນຟູຮອບດ້ານຂອງອາຊຽນ ເພື່ອແນ່ໃສ່ສົ່ງເສີມການສ້າງຄວາມເຂັ້ມແຂງຮອບດ້ານໃຫ້ກັບແມ່ຍິງໃນແຕ່ລະຂົງເຂດ ໂດຍການສ້າງເງື່ອນໄຂ ແລະ ກາລະໂອ ກາດ ໃຫ້ແມ່ຍິງໄດ້ເຂົ້າເຖິງການສຶກສາ, ສົ່ງເສີມການມີວຽກເຮັດງານທຳ, ການເຂົ້າເຖິງແຫຼ່ງທຶນ ແລະ ແຫຼ່ງຂໍ້ມູນຂ່າວ ສານ ເພື່ອສົ່ງເສີມທ່າແຮງໃຫ້ຜູ້ປະກອບການແມ່ຍິງ ຈາກວິສາຫະກິດຂະໜາດໜ້ອຍໃຫ້ກາຍເປັນວິສາຫະກິດຂະ ໜາດໃຫຍ່ໃນຂົງເຂດທີ່ກວ້າງຂຶ້ນ. ດັ່ງນັ້ນ, ການສ້າງຄວາມຍືນຍົງ, ກວມລວມ ແລະ ເຂັ້ມແຂງ ໃນອະນາຄົດໃຫ້ກັບຜູ້ປະກອບການຍິງ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ຂະແໜງການຕ້ອງໄດ້ມີສ່ວນຮ່ວມນໍາກັນ.

ພ້ອມນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຢໍ້າວ່າ ການເລັ່ງລັດຈັດຕັ້ງປະຕິບັດແຜນງານຍຸດທະສາດ ວ່າດ້ວຍ ການເຊື່ອມສານບົດບາດຍິງ-ຊາຍໃນອາຊຽນ ຈະເປັນການສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໃນທຸກຂົງເຂດວຽກງານ ໂດຍສະເພາະການສົ່ງເສີມຜູ້ປະກອບການແມ່ຍິງ. ພ້ອມທັງ, ໄດ້ກ່າວວ່າ ໃນທິດທາງຕໍ່ໜ້າ, ເພື່ອເຮັດໃຫ້ບັນດາກົນໄກ, ແຜນງານ ແລະ ແຜນການຕ່າງໆຂອງອາຊຽນ ໄດ້ຮັບການຈັດຕັ້ງເປັນຮູບປະທໍາ, ອາຊຽນ ຄວນສຸມໃສ່ສ້າງທຸກເງື່ອນໄຂໃນການອໍານວຍຄວາມສະດວກໃຫ້ແກ່ບັນດາຜູ້ປະກອບການແມ່ຍິງ ໃຫ້ໄດ້ມີໂອກາດພັດທະນາຕົນເອງໃນດ້ານຕ່າງໆໄປຕາມແຕ່ລະຍຸກສະໄໝຂອງການພັດທະນາ ເພື່ອເຮັດໃຫ້ບັນລຸເປົ້າໝາຍການສ້າງຄວາມເຂັ້ມແຂງໃຫ້ກັບແມ່ຍິງ ກໍຄື ຜູ້ປະກອບການຍິງໃນອາຊຽນ.
ພາບ;ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...