spot_img
Homeຂ່າວພາຍ​ໃນກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈໍາສະພາແຫ່ງຊາດ

ກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈໍາສະພາແຫ່ງຊາດ

Published on

ກອງປະຊຸມ ຈະໄດ້ພ້ອມກັນສຸມໃສ່ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບ ຕໍ່ 10 ບັນຫາ.
ໂດຍປະຕິບັດຕາມແຜນດໍາເນີນງານຮ່ວມກັນ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈຳສະພາແຫ່ງຊາດ ແລະ ເພື່ອປະຕິບັດກົນໄກການປະສານງານ ແລະ ການປຶກສາຫາລືຮ່ວມ ລະຫວ່າງ ລັດຖະບານ ແລະ ສະພາແຫ່ງຊາດ ທີ່ດຳເນີນມາເປັນປົກກະຕິ.
ໃນວັນທີ 11 ຕຸລາ ນີ້ ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈໍາສະພາແຫ່ງຊາດຂຶ້ນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ມີຮອງປະທານ, ມີຄະນະປະຈໍາສະພາແຫ່ງຊາດ, ສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນປຶກສາຫາລື ແລະ ແລກປ່ຽນຄຳເຫັນ ເພື່ອກ້າວໄປເຖິງສ້າງຄວາມເປັນເອກະພາບກັນ ຕໍ່ບັນດາເນື້ອໃນ ແລະ ໃນຂອບເຂດຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນໃນຕໍ່ໜ້າ; ເປັນເອກະພາບທາງດ້ານທັດສະນະ ຕໍ່ບັນຫາສຳຄັນຈຳນວນໜຶ່ງ ແລະ ພ້ອມກັນຕີລາຄາ, ຖອດຖອນບົດຮຽນ ກ່ຽວກັບກົນໄກການປະສານງານ ລະຫວ່າງ ລັດຖະບານ ກັບສະພາແຫ່ງຊາດຕື່ມ.
ສໍາລັບເນື້ອໃນທີ່ນຳມາປຶກສາຫາລື ໃນກອງປະຊຸມເທື່ອນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ພ້ອມກັນສຸມໃສ່ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບ ຕໍ່ບັນຫາທີ່ສໍາຄັນ ຄື:

1. ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 9 ເດືອນ, ຄາດຄະເນ 3 ເດືອນທ້າຍປີ 2022 ແລະ ທິດທາງແຜນການປີ 2023.
2. ລາຍງານໂດຍລວມ ກ່ຽວກັບຄວາມຄືບໜ້າການແກ້ໄຂໜີ້ສິນ ໂຄງການລົງທຶນຂອງລັດບ້ວງປົກກະຕິ ແລະ ການອວ່າຍໜີ້ 3 ແຈ, ໂດຍສະເພາະບັນດາໂຄງການທີ່ຄະນະປະຈໍາສະພາແຫ່ງຊາດ ໄດ້ມີມະຕິ ແລະ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດ;
3. ລາຍງານກ່ຽວກັບນະໂຍບາຍ ແລະ ມາດຕະການສະໜອງເງິນຕາ ເພື່ອຮັບປະກັນການນໍາເຂົ້າ ນໍ້າມັນເຊື້ອໄຟ ສໍາລັບໄລຍະກາງ ແລະ ໄລຍະຍາວ; ມາດຕະການແກ້ໄຂເງິນເຟີ້ ສໍາລັບໄລຍະກາງ ແລະ ໄລຍະຍາວ;
4. ລາຍງານການຄຸ້ມຄອງລາຄາສິນຄ້າ ແລະ ການນຳເຂົ້ານໍ້າມັນເຊື້ອໄຟ ໃນເງື່ອນໄຂສະພາບເສດຖະກິດ ມີຄວາມຫຍຸ້ງຍາກ;
5. ລາຍງານການຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນແຮ່ທາດ, ການອະນຸຍາດສຳປະທານ ແລະ ການແບ່ງຂັ້ນຄຸ້ມຄອງ;
6. ລາຍງານສະພາບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນ ຂອງຫວຽດນາມ-ລາວ ຢູ່ ສປປ ລາວ.
7. ລາຍງານກ່ຽວກັບການພັດທະນາທ່າບົກ ຕາມທີ່ກຳນົດໄວ້ໃນຍຸດທະສາດໂລຊິດສະຕິກ ຂົນສົ່ງສິນຄ້າ ຢູ່ ສປປ ລາວ;
8. ແຜນການສ້າງກົດໝາຍ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025;
9. ປຶກສາຫາລືບັນດາຫົວຂໍ້ ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະນຳເຂົ້າພິຈາລະນາກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX;
10. ປຶກສາຫາລື ແລະ ຖອດຖອນບົດຮຽນວິທີການລາຍງານຂອງລັດຖະບານ, ການຕັ້ງຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ແລະ ການຕອບຄໍາຊັກຖາມ ຂອງສະມາຊິກລັດຖະບານ ຕໍ່ກອງປະຊຸມສະພາແຫ່ງຊາດ.

ເນື່ອງຈາກຫົວຂໍ້ທີ່ນຳມາປຶກສາຫາລືເທື່ອນີ້ ມີຫຼາຍ, ແຕ່ກອງປະຊຸມ ຈະດໍາເນີນພຽງແຕ່ 1 ວັນ. ສະນັ້ນ ເພື່ອເຮັດໃຫ້ກອງປະຊຸມ ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້, ໃນໂອກາດກ່າວເປີດກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານລັດຖະມົນຕີ, ຜູ້ຕາງໜ້າຈາກກະຊວງ ທີ່ຮັບຜິດຊອບແຕ່ລະຫົວຂໍ້ນັ້ນ ລາຍງານຢ່າງກະທັດຮັດ ແລະ ສຸມໃສ່ສະເໜີບັນຫາທີ່ຂໍທິດຊີ້ນຳ ຫຼື ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ເທົ່ານັ້ນ ລວມທັງການປະກອບຄໍາເຫັນຂອງບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ກໍໃຫ້ເຂົ້າບັນຫາທີ່ຍົກຂຶ້ນຢ່າງກົງໄປກົງມາ, ມີຈຸດສຸມ ແລະ ສະເໜີທິດທາງທີ່ຈະແຈ້ງ ເພື່ອໃຫ້ບັນດາກະຊວງກ່ຽວຂ້ອງ ກໍຄືລັດຖະບານໄດ້ນຳໄປປັບປຸງບົດລາຍງານຕ່າງໆ ທີ່ຈະເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ສົມບູນ ແລະ ຮັດກຸມ ຍິ່ງຂຶ້ນ.
ຂ່າວ-ພາບ: ກົມປະຊາສໍາພັນ, ຫສນຍ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...