spot_img
Homeຂ່າວທ້ອງຖິ່ນທ່ານຮອງນາຍົກລັດຖະມົົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງແຂວງ ໄຊສົມບູນ

ທ່ານຮອງນາຍົກລັດຖະມົົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງແຂວງ ໄຊສົມບູນ

Published on

ໃນລະຫວ່າງວັນທີ 05-06 ຕຸລາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ພ້ອມດ້ວຍຄະນະ ໄດ້ເຄື່ອນ ໄຫວເຮັດວຽກ ແລະ ພົບປະໂອ້ລົມ ກັບການນຳແຂວງໄຊສົມບູນ ໂດຍການຕ້ອນຮັບ ແລະ ນຳພາຄະນະພັກ-ຄະນະນໍາຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ຂອງທ່ານ ພອຍຄໍາ ຮຸ່ງບຸນຍ່ວງ ເຈົ້າແຂວງໆໄຊສົມບູນ.

ທ່ານເຈົົ້າແຂວງໆໄຊສົມບູນ ໄດ້ລາຍງານໃຫ້ ຕໍ່ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຊາບກ່ຽວກັບ ສະ ພາບພົ້ນເດັ່ນໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຕິດພັນກັບການຈັດຕັ້ງປະຕິ ບັດດໍາລັດ 414/ລບ ຢ່າງຕັ້ງໜ້າ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຂົ້າສູ່ວຽກງານຕົວຈິງ ເຮັດໃຫ້ທົ່ວສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບ ປະກັນໄດ້ຄວາມສະຫງົບປອດໄພໂດຍພື້ນຖານ ອັນໄດ້ສ້າງສະພາບແວດລ້ອມອັນດີ ແລະ ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາແຂວງ ເຊິ່ງຕະຫຼອດໄລຍະ 9 ເດືອນທ່ີຜ່ານ ມາ ອັນພົ້ນເດັ່ນແມ່ນ ເສດຖະກິດຂອງແຂວງ ສືບຕໍ່ມີບາດກ້າວຂະຫຍາຍຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ຕາມທິດຫັນເປັນອຸດສາຫະກໍາ- ທັນ ສະໄໝ ຢູ່ໃນລະດັບ 7%, ໃນນີ້ ສາ ມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 423,39 ຕື້ກີບ, ເທົ່າກັບ 75,87% ຂອງແຜນປີ, ລາຍຈ່າຍປະຕິບັດໄດ້ 224,60 ຕື້ກີບ, ເທົ່າກັບ 62,15% ຂອງແຜນປີ; ໄດ້ເອົາໃຈໃສ່ໃນວຽກງານສົ່ງເສີມການລົງ ທຶນ ຕາມ 5 ທ່າແຮງ, ການບໍລິການເຊື່ອມໂຍງ-ເຊື່ອມຈອດ ແລະ ການຄຸ້ມຄອງວຽກງານງົບປະມານ-ການເງິນ ແລະ ກອງທຶນພັດທະນາແຂວງ ເພື່ອໃຫ້ມີປະສິດທິຜົນ ແລະ ເປັນຮູບປະທໍາດີຂື້ນເປັນກ້າວໆ; ການລົງທຶນພາຍໃນ ແລະ ຕ່າງປະ ເທດ ທຽບໃສ່ປີ 2020 ເພີ່ມຂຶ້ນ 244,39%, ມູນຄ່າການລົງທຶນ 463,09 ຕື້ກີບ.

ມາຮອດປະຈຸບັນ ໄດ້ອະນຸມັດໂຄງການລົງທຶນທັງໝົດ 99 ໂຄງການ ຂັ້ນສູນກາງອະນຸຍາດ 34 ໂຄງການ; ຂັ້ນແຂວງ ອະນຸຍາດ 65 ໂຄງ ການ, ສະເພາະຂັ້ນແຂວງ ຂົງເຂດກະສິກໍາ ມີ 9 ໂຄງ ການ, ດ້ານບໍລິການ ແລະ ທ່ອງທ່ຽວ 7 ໂຄງການ, ດ້ານພະລັງງານໄຟຟ້າ 13 ໂຄງ ການ, ດ້ານບໍ່ແຮ່ 36 ໂຄງການ. ນອກຈາກນັ້ນ ການຜະລິດເປັນສິນຄ້າຂອງປະຊາ ຊົນ ຕົ້ນຕໍແມ່ນການປູກຝັງ-ລ້ຽງສັດ ໄດ້ຮັບການຊຸກຍູ້ສົ່ງເສີມ ເປັນຂະບວນກວ້າງ ຂວາງ ໂດຍສະເພາະແມ່ນ ການປູກຢາງພາລາ, ປູກພືດຜັກອິນຊີ, ໝາກນັດ, ມັນສະຄູ, ມັນຕົ້ນ, ສາລີ, ລ້ຽງງົວ, ໝູ ແລະ ອື່ນໆ; ໄດ້ສໍາເລັດການປະກາດຈົບຊັ້ນມໍຕົ້ນບໍາລຸງທົ່ວແຂວງ ໃນເດືອນມັງກອນ ປີ 2022; ໄດ້ຂະຫຍາຍຕາໜ່າງສາທາລະນະສຸກ ລົງສູ່ບ້ານ, ກຸ່ມບ້ານ ຢ່າງກວ້າງຂວາງ ແລະ ມີຄຸນນະພາບດີຂຶ້ນເປັນກ້າວໆ, ປະຊາຊົນໄດ້ເຂົ້າເຖິງການບໍລິການດ້ານສາທາລະນະສຸກຢ່າງທົ່ວເຖິງ; ສຸມໃສ່ວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ມີການປັບປຸງດີຂື້ນເທື່ອລະກ້າວ; ສຳລັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ສຸມໃສ່ມາດຕະການ ຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານ ດ້ວຍການກວດກາ, ຊອກຄົ້ນທຸກແຫຼ່ງລາຍຮັບທີ່ມີ, ການຄົ້ນຄວ້າສ້າງຖານລາຍຮັບໃໝ່ທີ່ຍືນຍົງ ເພີ່ມທະວີມາດຕະການອັດຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານ ໂດຍສະເພາະ ໄດ້ເພີ່ມປະສິດທິພາບການຈັດເກັບ ລາຍຮັບ-ຄຸ້ມຄອງລາຍຈ່າຍ ໄປສູ່ລະບົບທັນສະໄໝເທື່ອລະກ້າວ, ຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ, ສຸມໃສ່ມາດຕະການປະຢັດມັດທະຍັດ, ຫຼຸດຜ່ອນການໃຊ້ຈ່າຍເງິນບໍລິຫານຂອງລັດ ດ້ວຍການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ໃຫ້ກະທັດຮັດ, ເໝາະສົມກັບສະພາບຕົວຈິງຂອງແຂວງ; ສຳລັບການແກ້ໄຂບັນຫາຢາເສບຕິດ ໄດ້ສ້າງແຜນດໍາເນີນງານ, ກໍານົດເປົ້າໝາຍ ໃນການການແກ້ໄຂ ຢ່າງລະອຽດ ແລະ ໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ພ້ອມກັນນີ້ ໄດ້ສືບຕໍ່ຫັນລົງຮາກຖານປະຈໍາຢູ່ຈຸດຕ່າງໆ ເພື່ອແກ້ໄຂບັນຫາການເຄື່ອນ ໄຫວຂອງພົນລະເມືອງຢູ່ຕາມຊາຍແດນ; ແກ້ ໄຂບັນຫາການລັກລອບການປູກຝິ່ນ, ຈັດກຳລັງປະຈໍາປ້ອງກັນ ຕາມຈຸດຕ່າງໆ; ສໍາລັບການສະເຫຼີມສະຫຼອງ 2 ວັນປະ ຫວັດສາດ ສອງຊາດ ລາວ-ຫວຽດນາມ ໄດ້ສ້າງແຜນການເຄື່ອນໄຫວ ແລະ ເຂົ້າຮ່ວມແລກປ່ຽນບັນດາກິດຈະກໍາປິ່ນອ້ອມ, ເຊິ່ງໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ມີທິດຊີ້ນໍາ ຕໍ່ການນໍາຫຼັກແຫຼ່ງຂອງແຂວງ, ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມພະຍາຍາມຂອງອໍານາດການປົກຄອງແຂວງ ເຊິ່ງມີຜົນສໍາເລັດຫຼາຍດ້ານ ແລະ ພົ້ນເດັ່ນ ຕະຫຼອດໃນໄລຍະຜ່ານມາ. ໃນໄລຍະການເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ ໃນຄັ້ງນີ້, ທ່ານຮອງນາ ຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດຕາມຊຸກຍູ້ໂຄງການກໍ່ສ້າງເຂື່ອນນໍ້າງື່ມ 3 ຢູ່ເມືອງລ້ອງແຈ້ງ, ເຂດພັດທະນາຈຸດສຸມກຸ່ມບ້ານເມືອງອອມ, ໄດ້ໄປຊຸກຍູ້ການຜະລິດ ແລະ ການດຳເນີນທຸລະກິດຕົວຈິງ ຢູ່ໂຮງງານປຸງແຕ່ງຜະລິດກະສິກຳໄຊສົມບູນ, ຢູ່ເມືອງອານຸວົງ. ພ້ອມດຽວ ກັນນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບທຶນສົມທົບຈໍານວນໜຶ່ງ ເພື່ອປະກອບສ່ວນເຂົ້າໃນ ກອງທຶນພັດທະນາເສດຖະກິດ-ສັງຄົມ ແລະ ລຶບລ້າງຄວາມທຸກຍາກ ຂອງເຂດພັດທະນາຈຸດສຸມບ້ານເມືອງອອມ ແລະ ແຂວງ ຕື່ມອີກ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...