Homeຂ່າວຄາດຕະກຳຄວາມຄືບໜ້າ ຄະດີຄາດຕະກຳຍັດກະເປົ໋າເດີນທາງ

ຄວາມຄືບໜ້າ ຄະດີຄາດຕະກຳຍັດກະເປົ໋າເດີນທາງ

Published on

ຄະດີຄາດຕະກຳຍັດກະເປົ໋າເດີນທາງ, ນັກທຸລະກິດລາວ ປະສານງານທາງເຈົ້າໜ້າທີ່ໄທ ໝັ້ນໃຈເປັນຍາດພີ່ນ້ອງທີ່ສູນຫາຍ ຈາກເຄື່ອງນຸ່ງຫົ່ມການແຕ່ງກາຍ, ລຳຖ້າການກວດສອບສັນນະສູດສົບ ຢືນຢັນຄືນໃໝ່ ຢູ່ສະຖາບັນນິຕິເວດ ຈັງຫວັດຂອນແກ່ນ.

ເມື່ອວັນທີ 30 ກັນຍາ2022 ຜ່ານມາ, ທີ່ນະຄອນພະນົມ, ມີຄວາມຄືບໜ້າ ກ່ຽວກັບກໍລະນີພົບສົບຜູ້ຍິງອາຍຸ 25-30 ປີ ຖືກຄາດຕະກຳຄາດຕະກຳຍັດກະເປົ໋າເດີນທາງແລ້ວເອົາຫີນຖ່ວງນ້ຳ, ພາຍໃນກິເປົ໋າບໍ່ມີເອກະສານໃດໆ ເຊິ່ງສົບໄດ້ລອຍນ້ຳຕາມລຳແມ່ນ້ຳຂອງ ມາຮອດພື້ນທີ່ຈອດເຮືອ  ຂອງກອງ​ບັນຊາ​ການ​ທະຫານ​ເຮືອ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຕາມ​ລຳ​ແມ່​ນ້ຳ ​ຂຈັງຫວັດນະຄອນ​ພະນົມ.

ຫຼ້າສຸດ ທາງເຈົ້າໜ້າທີ່ໄທລະບຸວ່າ: ເບື້ອງຕົ້ນມີນັກທຸລະກິດຄົນລາວປະສານຫາທາງເຈົ້າໜ້າທີ່ ເຊື່ອວ່າເປັນພີ່ນ້ອງທີ່ສູນຫາຍຫຼັງຈາກຮັບຊາບຂ່າວ ພ້ອມໄດ້ປະສານວ່າ: ຈະຂໍກວດສອບຍືນຍັນຕົວຕົນ ເພາະເຊື່ອວ່າເປັນພີ່ນ້ອງ, ເນື່ອງຈາກລັກສະນະເສື້ອຜ້າການແຕ່ງກາຍ, ແຕ່ຍັງຖ້າການເດີນທາງໄປກວດສອບຍືນຍັນຮູບຮ່າງຂອງສົບໃຫ້ຊັດເຈນ.

ສຳລັບການດຳເນີນຄະດີດັ່ງກ່າວ ທາງເຈົ້າໜ້າທີ່ໄທພຽງແຕ່ສົ່ງສົບຜູ້ຕາຍ ໃຫ້ທາງຍາດພີ່ນ້ອງຂອງຜູ້ກ່ຽວນຳໄປດຳເນີນຕາມກົດໝາຍຕໍ່ ເຊິ່ງບໍ່ສາມາດມາດສືບສວນ-ສອບສວນໄດ້ແຕ່ຍັງຢູ່ລະຫວ່າງການຍືນຍັນໃຫ້ຊັດເຈນອີກເທື່ອໜຶ່ງ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...