spot_img
Homeຂ່າວພາຍ​ໃນເຈົ້າແຂວງອຸດົມໄຊ ລົງຕິດຕາມການຟື້ນຟູ ຜົນກະທົບຈາກນໍ້າຖ້ວມ ຢູ່ເມືອງນາໝໍ້

ເຈົ້າແຂວງອຸດົມໄຊ ລົງຕິດຕາມການຟື້ນຟູ ຜົນກະທົບຈາກນໍ້າຖ້ວມ ຢູ່ເມືອງນາໝໍ້

Published on

ເມື່ອບໍ່ດົນມານີ້, ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະຊາຊົນ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງນາໝໍ້ ເພື່ອຕິດຕາມສະພາບຜົນເສຍຫາຍ ແລະ ການແກ້ໄຂ ຟື້ນຟູສະພາບການໃນເບື້ອງຕົ້ນ, ພ້ອມທັງຊ່ວຍເຫຼືອປະຊາຊົນທີ່ປະສົບໄພພິບັດ ຢູ່ພາຍໃນເມືອງ.

ໂອກາດດຽວກັນ ກໍຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ແລະ ຜົນເສຍຫາຍຈາກໄພພິບັດນ້ຳຖ້ວມ ລວມທັງການແກ້ໄຂ ຟື້ນຟູສະພາບໄພພິບັດໃນເບື້ອງຕົ້ນ.

ຈາກນັ້ນ, ທ່ານເຈົ້າແຂວງອຸດົມໄຊ ກໍໄດ້ມີຄຳຄິດຄຳເຫັນຊີ້ນຳ ໃຫ້ແກ້ໄຂບັນຫາທີ່ພົບເຫັນໃນໄລຍະຜ່ານມາ, ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ ແລະ ປະຊາຊົນບັນດາເຜົ່າໃຫ້ເປັນປົກກະຕິຕໍ່ເນື່ອງ, ສືບຕໍ່ລົງເຄື່ອນໄຫວປັບປຸງກົງຈັກການຈັດຕັ້ງຮາກຖານພັກ, ກຸ່ມບ້ານ, ຄະນະພັກແຕ່ລະຂັ້ນ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ, ສືບຕໍ່ປະຕິບັດສອງວາລະແຫ່ງຊາດ ໃຫ້ປະສົບຜົນສຳເລັດ, ສືບຕໍ່ໃນການຊຸກຍູ້ການຜະລິດກະສິກຳ ລະດູແລ້ງ ເພື່ອທົດແທນຜົນເສຍຫາຍຈາກໄພພິບັດ ແລະ ແກ້ໄຂຄວາມທຸກຍາກ, ສ້າງໃຫ້ປະຊາຊົນມີລາຍຮັບ, ສືບຕໍ່ຊຸກຍູ້-ໃຫ້ການຮ່ວມມືກັບພາກ ສ່ວນທຸລະກິດທີ່ເຂົ້າມາລົງທຶນ ແລະ ສືບຕໍ່ໃນການຕິດຕາມສະພາບຜົນເສຍຫາຍຈາກໄພ ພິບັດ ພ້ອມທັງປຶກສາຫາລືວາງແຜນໃນການຟື້ນຟູ.

ແຫຼ່ງຂ່າວຈາກ ປະເທດລາວ

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...