Homeຂ່າວການຮ່ວມມືລາວ-ຈໍເຈຍ ເລີ່ມບັງຄັບໃຊ້ສັນຍາຍົກເວັ້ນ ວີຊາ

ລາວ-ຈໍເຈຍ ເລີ່ມບັງຄັບໃຊ້ສັນຍາຍົກເວັ້ນ ວີຊາ

Published on

ອິງຕາມສຳນັກຂ່າວປະເທດລາວ ລາຍງານວ່າ: ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຊອກຊີ (Georgia) ທີ່ໄດ້ຮັບການລົງນາມ ໃນວັນທີ 31 ພຶດສະພາ 2022 ທີ່ ກົວລາລໍາເປີ, ໄດ້ມີຜົນບັງຄັບໃຊ້ ນັບແຕ່ວັນທີ 1 ຕຸລາ 2022 ເປັນຕົ້ນໄປ.

ເນື້ອໃນສັນຍາດັ່ງກ່າວ ລະບຸໄວ້ວ່າ: ຄົນສັນຊາດຂອງພາຄີຝ່າຍໜຶ່ງ ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ທີ່ມີອາຍຸການນໍາໃຊ້ຢ່າງໜ້ອຍ 6 ເດືອນ ສາມາດເດີນທາງເຂົ້າ-ອອກ, ຜ່ານ ແລະ ພັກເຊົາ ໃນດິນແດນຂອງຄູ່ພາຄີອີກຝ່າຍໜຶ່ງ ໂດຍບໍ່ຈໍາເປັນຂໍວີຊາ ພາຍໃນໄລຍະເວລາບໍ່ເກີນ 90 ວັນ ໃນໄລຍະ 180 ວັນ ນັບແຕ່ວັນທີ່ເດີນທາງເຂົ້າ ຊຶ່ງໄລຍະເວລາ 180 ວັນ ແມ່ນນັບລວມຈາກການພັກເຊົາແຕ່ລະຄັ້ງກ່ອນໜ້ານັ້ນ.

ຄົນສັນຊາດຂອງພາຄີຝ່າຍໜຶ່ງ ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ທີ່ມີອາຍຸນໍາໃຊ້ຢ່າງໜ້ອຍ 6 ເດືອນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ ຢູ່ສໍານັກງານຜູ້ຕາງໜ້າການທູດ, ສໍານັກງານຜູ້ຕາງໜ້າກົງສຸນ ແລະ ອົງການຈັດຕັ້ງສາກົນ ຢູ່ໃນດິນແດນຂອງພາຄີຝ່າຍໜຶ່ງ ລວມທັງສະມາຊິກຄອບຄົວທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ທີ່ມີອາຍຸການນໍາໃຊ້ຢ່າງໜ້ອຍ 6 ເດືອນ, ໃນຄັ້ງທໍາອິດ ແມ່ນຈະຕ້ອງໄດ້ຂໍວີຊາ ກ່ອນເດີນທາງເຂົ້າດິນແດນຂອງພາຄີຝ່າຍໜຶ່ງ. ບຸກຄົນທີ່ກ່າວໄວ້ຂ້າງເທິງ ແມ່ນຈະຕ້ອງໄດ້ຮັບອະນຸມັດທີ່ຈໍາເປັນຕ່າງໆ ພາຍໃນ 30 ວັນ ຈາກມື້ເດີນທາງເຂົ້າ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...