spot_img
Homeຂ່າວການຢ້ຽມຢາມທ່ານ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ​ ຂອງ​ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ​ ແຫ່ງ ຣາ​ຊະ​ອານາຈັກ​ໄທ

ທ່ານ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ​ ຂອງ​ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ​ ແຫ່ງ ຣາ​ຊະ​ອານາຈັກ​ໄທ

Published on

ວັນ​ທີ 3 ຕຸລາ ທີ່ຜ່ານມາ, ທີ່​ກະຊວງ​ປ້ອງ​ກັນ​ປະເທດ, ທ່ານ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ​ຂອງ ທ່ານ ພັນ​ເອກ ຊາຕີ​ແສງ​ທອງ ສິ​ຣິ​ກາ​ມົນ ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ ແຫ່ງ ຣາ​ຊະ​ອານາຈັກ​ ໄທ ປະຈຳ ​ສປປ ລາວ, ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ໄດ້​ສຳ ເລັດ​ການ​ປະຕິບັດ​ໜ້າທີ່ ຢູ່ ​ສປປ ລາວ. ທ່ານ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ ແລະ ຕີ​ລາຄາ​ສູງ​ຕໍ່​ຜົນ ສຳເລັດ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ການ​ທູດ​ຢູ່ ​ສປປ ລາວ ຕະຫຼອດ​ໄລຍະ 3 ປີຜ່ານມາ, ເຊິ່ງ​ເປັນການປະກອບສ່ວນ​ທີ່​ສຳຄັນ ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ ແລະ ການ​ຮ່ວມ​ມື​ໃນ​ຫຼາຍໆດ້ານ​ຂອງ​ສອງ​ປະເທດ, ກໍ​ຄື​ສອງ​ກອງທັບ ລາວ-ຣາ​ຊະ​ອານາຈັກ​ໄທ ໃຫ້​ນັບ​ມື້​ນັບ​ຂະຫຍາຍ ຕົວ​ຍິ່ງໆ​ຂຶ້ນ.

ໃນໂອກາດດຽວກັນນີ້, ທ່ານ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ຍັງ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ ຂອງ ທ່ານ ພັນ​ເອກ ນິທິ​ໂຣດ ວໍລະ​ຊາດ​ທະນະ​ສານ ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ ແຫ່ງ ຣາ​ຊະ​ອານາຈັກ​ໄທ ປະຈຳ ​ສປປ ລາວ ຄົນ​ໃໝ່, ເນື່ອງ​ໃນ​ໂອກາດ​ທີ່​ມາ​ດຳລົງ​ຕຳແໜ່ງ ເປັນ​ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ​ຄົນ​ໃໝ່ ປະຈຳ ​ສປປ ລາວ.

ໂອກາດ​ດ່ງກ່າວ, ທ່ານ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ໄດ້​ກ່າວ​ສະແດງ​ຄວາມ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຕໍ່​ທີ່​ປຶກສາ​ທູດ​ຄົນ​ໃໝ່, ເຊິ່ງ​ເປັນ​ໂອກາດ​ອັນ​ດີ​ທີ່​ທ່ານ​ໄດ້​ມາ​ປະຕິບັດ​ໜ້າທີ່​ດັ່ງກ່າວ ຢູ່ ​ສປປ ລາວ ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ສາຍ​ພົວພັນ, ການ​ຮ່ວມ​ມື ລະຫວ່າງ​ສອງ​ປະເທດ, ສອງ​ກອງທັບ ລາວ ແລະ ຣາ​ຊະ​ອາ ນາຈັກ​ໄທ ໃນ​ໄລຍະ​ຜ່ານ​ມາ.

ພ້ອມ​ນີ້, ທ່ານ ພັນ​ເອກ ນິທິ​ໂຣດ ວໍລະ​ຊາດ​ທະນະ​ສານ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ພ້ອມ​ທັງ​ຢືນຢັນ​ວ່າ, ຈະ​ຕັ້ງໜ້າ​ສືບຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ການ​ຮ່ວມ​ມືລະຫວ່າງ​ສອງ​ປະເທດ, ສອງ​ກອງທັບ ໂດຍ​ສະເພາະ​ວຽກ​ງານ​ພົວພັນ​ຕ່າງປະເທດ, ພົວພັນ​ວຽກ​ງານ​ດ້ານ​ການ​ແພດ​ຂອງ​ສອງ​ກອງທັບ ແລະ ວຽກ​ງານ​ດ້ານ​ອື່ນໆ.

ແຫຼ່ງຂ່າວ: Lao people Army News

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...