spot_img
Homeຂ່າວພາຍ​ໃນປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງບັນດາທ່ານເອກອັກຄະລັດຖະທູດ

ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງບັນດາທ່ານເອກອັກຄະລັດຖະທູດ

Published on

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງບັນດາທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ທີ່ກຽມໄປປະຈໍາການຢູ່ບັນດາປະເທດຕ່າງໆ, ໃນວັນທີ 3 ກັນຍານີ້ ທີ່ຫ້ອງຮັບແຂກສະພາແຫ່ງຊາດ.

ບັນດາທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ທີ່ກຽມໄປປະຈໍາການຢູ່ບັນດາປະເທດຕ່າງໆ ມີຈໍານວນ 6 ທ່ານ ຕາມລໍາດັບດັ່ງນີ້: 1. ທ່ານ ສົງການ ຫຼວງມຸນນິນທອນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ເກົາຫຼີ; 2. ທ່ານ ແກ້ວ ມັກຄະຜົນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປປ ເກົາຫຼີ; 3. ທ່ານ ໄມບົວ ໄຊຍະວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຢຍລະມັນ; 4. ທ່ານ ດວງມະນີ ຍອດສີອຸດົມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາອັງກິດ; ທ່ານ ບຸນມີ ວັນມະນີ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສ ອິນເດຍ; ທ່ານ ສອນໄຊ ວັນນະໄຊ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ຟີລິບປິນ.

ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາທ່ານທູດ ທີ່ຖືກແຕ່ງຕັ້ງໄປປະຕິບັດໜ້າທີ່ການທູດຢູ່ບັນດາປະເທດເພື່ອນມິດ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແລ້ວນັ້ນໃຫ້ນັບມື້ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັັັນນັ້ນ ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ເນັ້ນໜັກໃຫ້ບັນດາທ່ານທູດ ຈົ່ງຕັ້ງໃຈປະຕິບັດໜ້າທີ່ວຽກງານການທູດທີ່ໄດ້ມອບໝາຍໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ, ຢຶດໝັ້ນຫຼັກການພົວພັນຕ່າງປະເທດຂອງພັກ ແລະ ລັດ.

ນອກນັ້ນ, ຕ້ອງພະຍາຍາມປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງລາວຢູ່ຕ່າງປະເທດ ເປັນຕົ້ນແມ່ນນັກສຶກສາ, ນັກທ່ອງທ່ຽວ; ເສີມຂະຫຍາຍມິດຕະພາບທີ່ດີ ລະຫວ່າງລາວ ກັບບັນດາປະເທດ, ເອົາໃຈໃສ່ດ້ານການເມືອງ, ດ້ານສັງຄົມ, ດ້ານເສດຖະກິດ, ຖືສໍາຄັນການທູດດ້ານການເມືອງ, ການທູດປ້ອງກັນເຫດ ແລະ ການທູດເພື່ອນມິດ. ພ້ອມທັງຕິດຕາມສະພາບການທີ່ພົ້ນເດັ່ນຕ່າງໆ ເປັນຕົ້ນການເຄື່ອນໄຫວວຽກງານສະພາພາຍໃນປະເທດ ທີ່ຕົນພວມປະຕິບັດໜ້າທີ່ວຽກງານຢູ່ ແລະ ເອົາໃຈໃສ່ສະໜັບສະໜູນການຮ່ວມມືລະຫວ່າງ ສະພາແຫ່ງຊາດລາວ-ສະພາຂອງປະເທດ ທີ່ຕົນພວມປະຕິບັດວຽກງານການທູດຢູ່.

ທ່ານປະທານສະພາແຫ່ງຊາດ ຍັງອວຍພອນໃຫ້ບັນດາທ່ານທູດ ຈົ່ງເດີນທາງໄປປະຈຳການຢູ່ຕ່າງປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ.

ທ່ານ ສົງການ ຫຼວງມູນນິນທອນ ໄດ້ຕາງໜ້າໃຫ້ບັນດາທ່ານທູດ ສະແດງຄວາມຂອບໃຈຕໍ່ທ່ານໄຊສົມພອນ ພົມວິຫານ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຢືນຢັນວ່າ ຈະຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ທີ່ຖືກມອບໝາຍໃຫ້ຢ່າງສຸດຄວາມສາມາດ, ເອົາໃຈໃສ່ໃນການປະຕິບັດໜ້າທີ່ຂອງຕົນໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ ແລະ ຈະນໍາເອົາວຽກງານຂອງສະພາແຫ່ງຊາດ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ເພື່ອສືບຕໍ່ປະຕິບັດໃຫ້ເກີດປະໂຫຍດສູງສຸດ ເພື່ອນໍາເອົາຜົນປະໂຫຍດມາສູ່ປະເທດຊາດ.

ຂ່າວ-ພາບ: (ໜັງສືພິມປະຊາຊົນ)

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...