spot_img
Homeຂ່າວຕ່າງປະເທດກາເຟພູເຂົາລາວຊະນະການແຂ່ງຂັນ World Coffee Challenge ທີ່ປະເທດແອັດສະປາຍ

ກາເຟພູເຂົາລາວຊະນະການແຂ່ງຂັນ World Coffee Challenge ທີ່ປະເທດແອັດສະປາຍ

Published on

ກາເຟຍີ່ຫໍ້ໜຶ່ງຂອງລາວຊື່ວ່າ ກາເຟພູເຂົາລາວ “Lao Mountain Coffee” ໄດ້ຊະນະຈາກງານ World Coffee Challenge ທີ່ປະເທດແອັດສະປາຍ.

ການປະສົມປະສານຂອງກາເຟພູເຂົາຈາກລາວ “Peaberry” ປະເພດຂອງເມັດກາເຟທີ່ໄດ້ອັນດັບ 1 ໃນງານລາງວັນ Continental Awards for Asia ໃນງານແຂ່ງຂັນທີ່ຈັດຂຶ້ນທີ່ເມືອງອູເຣນເຊ ປະເທດແອັດສະປາຍ ລະຫວ່າງວັນທີ 29-30 ກັນຍານີ້.

ມີປະມານ 34 ປະເທດ ຫຼື ມີຫຼາຍກວ່າ 6.000 ຄົນ ທີ່ເຂົ້າຮ່ວມການແຂ່ງຂັນ World Coffee Challenge ເຊິ່ງເປັນການແຂ່ງຂັນທີ່ຮວບຮວມເອົາຜູ້ປູກກາເຟຈາກປະເທດຕ່າງໆ ໂດຍມີເປົ້າໝາຍເພື່ອສົ່ງເສີມຄຸນນະພາບຂອງກາເຟທີ່ປູກຈາກແຫຼ່ງກຳເນີດ.

ຜູ້ຜະລິດກາເຟທີ່ດີທີ່ສຸດຈາກອາເມຣິກາໃຕ້ ແລະ ກາງ, ອາຟຣິກາ, ອາຊີ ແລະ ໂອເຊຍອານີ ມາຮວມກັນເພື່ອໃຫ້ຄວາມຮູ້ແກ່ຜູ້ບໍລິໂພກກ່ຽວກັບກາເຟ ແລະ ຊ່ວຍໃຫ້ຜູ້ຜະລິດເຂົ້າໃຈຄວາມຄາດຫວັງ ຫຼື ຄວາມຕ້ອງການຂອງຕະຫຼາດ, ເຮັດໃຫ້ຮູ້ກ່ຽວກັບ ພູມສັນຖານທີ່ເໝາະກັບປູກກາເຟ ແລະ ປົກປ້ອງຜະລິດຕະພັນຂອງພື້ນບ້ານ.

“Lao Mountain Coffee” ເປັນໂຕແທນຂອງລາວໃນງານຄັ້ງນີ້ ໂດຍສົ່ງກາເຟທີ່ດີຈາກເຂດພູພຽງບໍລິເວນໃນປາກຊ່ອງເຂົ້າຮ່ວມການແຂ່ງຂັນ.

“Peaberry” ທີ່ໄດ້ຮັບລາງວັນນັ້ນ ເປັນກາເຟທີ່ປະກົດຢູ່ໃນທຳມະຊາດ ແລະ ມີພຽງແຕ່ 5-10% ຂອງເມັດກາເຟໃນໂລກ ຄວາມຫາຫຍາກຂອງມັນນັ້ນ ຈຶ່ງເຮັດໃຫ້ມັນມີລາຄາແພງ.

ຜູ້ກໍ່ຕັ້ງ Steve Feldschneider ສ້າງ “Lao Mountain Coffee” ໃນປີ 2001 ດ້ວຍເຄື່ອງຄົ່ວກາເຟທີ່ງ່າຍດາຍ ທີ່ຜະລິດຢູ່ໃນທ້ອງຖິ່ນແລ້ວເຮັດຢູ່ເຮືອນຂອງລາວ ເຊິ່ງລາວ​ໄດ້​ເສຍສະຫຼະເວລາ​ຫຼາຍ​ປີ​ທີ່​ຜ່ານ​ມາ ​ໃຫ້​ແກ່​ສິລະ​ປະ​ການຄົ່ວ​ກາ​ເຟ ​ແລະ ສ້າງ​ໜຶ່ງ​ໃນ​ທຸລະ​ກິດ​ກາ​ເຟຊັ້ນ​ນຳ​ຂອງ​ອາຊີ​ຕາເວັນອອກສຽງໃຕ້.

ແຫຼ່ງຂ່າວຈາກ The Laotian Times

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...