spot_img
Homeຂ່າວການຢ້ຽມຢາມປະທານ ສະພາແຫ່ງຊາດ ຕ້ອນຮັບນາຍົກລັດຖະມົນຕີ ສ ກູບາ

ປະທານ ສະພາແຫ່ງຊາດ ຕ້ອນຮັບນາຍົກລັດຖະມົນຕີ ສ ກູບາ

Published on

ໃນຕອນເຊົ້າຂອງວັນທີ 3 ຕຸລາ 2022, ທີ່ ສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ມານູເອັນ ມາເຣໂຣ ກຣູຊ໌(Manuel Marrero Cruz), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 2-4 ຕຸລາ 2022.

ໃນໂອກາດນີ້, ສະຫາຍ ປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ແລະ ຄະນະ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມ ແລະ ການຮ່ວມມືຖານອ້າຍນ້ອງຮ່ວມອຸດົມການດຽວກັນ ຂອງສອງຊາດ ລາວ-ກູບາ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດດຽວກັນ, ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ ສະຫາຍ ໄຊສົມພອນ ພົມວິຫານ ຊາບກ່ຽວກັບຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ລວມເຖິງຜົນສໍາເລັດຂອງການພົບປະສອງຝ່າຍກັບ ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໃນມື້ຜ່ານມາ, ທັງໄດ້ແຈ້ງໃຫ້ຊາບສະພາບພົ້ນເດັ່ນ ຂອງກູບາ ແລະ ທິດທາງການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ກູບາ ໃນຕໍ່ໜ້າ.

ພ້ອມນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແຫ່ງການຮ່ວມມືອັນດີງາມ ແລະ ຄວາມສາມັກຄີຖານອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃນໄລຍະສະໄໝຕໍ່ສູ້ກູ້ຊາດ ກໍຄືໄລຍະສ້າງສາປະເທດຊາດໃນປັດຈຸບັນ ແລະ ຈະສືບຕໍ່ເຮັດສຸດຄວາມສາມາດ ຮ່ວມກັບ ພັກ, ລັດຖະບານ ແລະ ປະຊົນກູບາ ອ້າຍນ້ອງ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ-ກູບາ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ຕອບສະໜອງຜົນປະໂຫຍດຂອງ ປະຊາຊົນສອງຊາດ ກໍຄືເພື່ອພາລະກິດສັນຕິພາບ, ມິດຕະ ພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ໃນໂລກ.

ແຫຼ່ງຂ່າວ: ກົມການຂ່າວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...