spot_img
Homeຂ່າວຄາດຕະກຳຂ່າວເສົ້າ!!!ປະຊາຊົນພົບເຫັນຊາກສົບຄົນເສຍຊີວິດ

ຂ່າວເສົ້າ!!!ປະຊາຊົນພົບເຫັນຊາກສົບຄົນເສຍຊີວິດ

Published on

ອິງຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 15 ກັນຍາ 2022 ຜ່ານມານີ້ ໄດ້ມີປະຊາຊົນ ບ້ານທາດ ເມືອງໂພນໂຮງ ແຂວງວຽງຈັນ ພົບເຫັນຊາກສົບຄົນເສຍຊີວິດ ( ບັນຈຸໃສ່ໃນເປົາ) ຖິ້ມລົງລີກຂອບເຂດບ້ານຂາມ ເມືອງໂພນໂຮງ.

ຫຼັງຈາກນັ້ນ, ໄດ້ແຈ້ງຫາເຈົ້າໜ້າທີ່ຕຳຫຼວດວິຊາສະເພາະກອງບັນຊາການ ປກສ ແຂວງວຽງຈັນ ສົມທົບກັບເຈົ້າໜ້າທີ່ຕຳຫຼວດ ນິຕິວິທະຍາ ປກສ ເມືອງໂພນໂຮງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຊັນນະສູດຊາກສົບ ແລະ ສະຖານທີ່ເກີດເຫດ ຈື່ງໄດ້ຮູ້ວ່າ ຊາກສົບຜູ້ເສຍຊີວິດ ຊື່ ທ້າວ ຕູຫາຍຢ່າງ, ອາຍຸ 37 ປີ, ເຊື້ອຊາດ-ສັນຊາດຈີນ, ຜູ້ກ່ຽວມາດຳເນີນທຸລະກິດຢູ່ໂຮງງານຫຼອມເຫຼັກ ຕັ້ງຢູ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ປະຈຸບັນເຈົ້າທີ່ຕໍາຫຼວດ ປກສ ແຂວງວຽງຈັນໄດ້ມອບຊາກສົບດັ່ງກ່າວໃຫ້ກົມນິຕິວິທະຍາ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ນຳໄປເກັບຮັກສາໄວ້ ພ້ອມທັງພົວພັນຫາຍາດພີ່ນ້ອງຂອງຜູ້ເສຍຊີວິດ, ສ່ວນສາເຫດການຄາດຕະກຳຕົວ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່.

ແຫຼ່ງຂ່າວ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...