spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ແຫ່ງ ສ ກູບາ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ແຫ່ງ ສ ກູບາ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

Published on

ໃນຕອນບ່າຍຂອງວັນທີ 2 ຕຸລາ 2022, ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌(Manuel Marrero Cruz), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສ ກູບາ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ, ສປປ ລາວ, ເຊິ່ງອອກຕ້ອນຮັບໂດຍ ສະຫາຍ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ພັນຄໍາ ວິພາວັນ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ພ້ອມດ້ວຍຄະນະຈະດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 2-4 ຕຸລາ 2022, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານອ້າຍນ້ອງ ທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງສອງຊາດ ລາວ-ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ.

ໂດຍທ່ານ ມານູເອນ ມຼາເຣໂຣ ຄຼຸດສ ໄດ້ເປັນນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່ງ ສາທາລະນະລັດ ກູ​ບາ ​ນັບ​ແຕ່​ປີ 2019​ ຈົນເຖິງປະຈຸບັນ.

  • ໄດ້ຮັບເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກກອມມູນິດ ແຫ່ງ ສ.ກູບາ ໃນກອງປະຊຸມໃຫ່ຍຄັ້ງທີ 8 ຂອງພັກກອມມູນິດກູບາ ໃນປີ 2021.
  • ສະມາຊິກສະພາ​ແຫ່ງ​ຊາດ​ອຳນາດ​ປະຊາຊົນ​ ນັບແຕ່​ປີ 2018 ເປັນຕົ້ນມາ.
  • ເຂົ້າເປັນສະມາຊິກພັກກອມມູນິດກູບາ ນັບແຕ່ປີ 1993.

ແຫຼ່ງຂ່າວຈາກ ກົມການຂ່າວ, ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...