spot_img
Homeຂ່າວການຮ່ວມມືກອງປະຊຸມພົບປະແລກປ່ຽນສະພາບ ປະຈຳປີ ລະຫ່ວາງກອງບັນຊາການທະຫານແຂວງຫຼວງພະບາງ ແລະ ແຂວງດຽນບຽນ

ກອງປະຊຸມພົບປະແລກປ່ຽນສະພາບ ປະຈຳປີ ລະຫ່ວາງກອງບັນຊາການທະຫານແຂວງຫຼວງພະບາງ ແລະ ແຂວງດຽນບຽນ

Published on

ວັນທີ 29 ກັນຍາ 2022 ນີ້, ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ເປັນເຈົ້າພາບຈັດກອງປະຊຸມພົບປະແລກປ່ຽນສະພາບ ປະຈຳປີ ລະຫວ່າງ ກອງບັນຊາການທະຫານແຂວງຫຼວງພະບາງ ສປປ ລາວ ກັບ ກອງບັນຊາການທະຫານແຂວງດຽນບຽນ ສສ ຫວຽດນາມ, ໂດຍເປັນປະທານຮ່ວມຂອງ ພັນເອກ ວິລ່ຽມ ວົງທິສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງພະບາງ ແລະພັນເອກ ພິເສດ ໂງ ກວາງ ຕ້ວນ ຫົວໜ້າການທະຫານກອງບັນຊາການທະຫານແຂວງດຽນບຽນ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

ວາລະກອງປະຊຸມທັງສອງຝ່າຍ ໄດ້ພັດປ່ຽນກັນຂື້ນລາຍງານສະພາບຈຸດພິເສດ ແລະການພັດທະນາເສດຖະກິດ – ສັງຄົມຂອງແຂວງ, ພ້ອມທັງຕີລາຄາຜົນໄດ້ຮັບ ການເຄື່ອນໄຫວປະຕິບັດວຽກງານປ້ອງກັນຊາດ ເຊີ່ງ ພັນເອກ ວິລ່ຽມ ວົງທິສານ ໄດ້ໃຫ້ຮູ້ເຖີງການປະຕິບັດວຽກງານໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ພ້ອມທັງຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດ ເນຶ້ອໃນບົດບັນທຶກຊ່ວຍຈຳໃນຊຸມປີຜ່ານມາ, ລວມໄປເຖິງການພົວພັນຮ່ວມມື ລະຫວ່າງກົມກອງເພື່ອນລາວ – ຫວຽດນາມ ແລະການຊ່ວຍເຫຼືອດ້ານບຸກຄະນະກອນ-ວັດຖຸອຸປະກອນ ໃນໄລຍະຜ່ານມາ, ພ້ອມທັງວາງທິດທາງແຜນການໃນຊຸມປີ 2023.

ວາລະກອງປະຊຸມ ທັງສອງຝ່າຍໄດ້ເຫັນດີເອກະພາບ ຕີລາຄາສະພາບຄວາມສະຫງົບດ້ານການເມືອງ ຢູ່ຂອບເຂດຊາຍແດນ, ເອກະພາບການຮ່ວມມືແກ້ໄຂ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...