spot_img
Homeຂ່າວຢາເສບຕິດປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດລາຍໃຫຍ່

ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດລາຍໃຫຍ່

Published on

ວັນທີ 23 ກັນຍາ 2022 ຜ່ານມານີ້, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ ແລະ ສາມາດຈັບຜູ້ຖືກຫາ ໄດ້ 3 ຄົນ ລວມມີຂອງກາງ ຢາບ້າ 33.500.000 ເມັດ,ຢາໄອສ໌ 500 ກິໂລກຼາມ, ເຄຕາມິນ 1 ກິໂລກຼາມ ແລະ ເຄື່ອງຂອງກາງອີກຈຳນວນໜຶ່ງ ໄປດຳເນີນຄະດີ.

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນເບື້ອງຕົ້ນ ເຈົ້າໜ້າທີ່ສາມາດຈັບ ທ້າວ ສົມຫວັງວາ ອາຍຸ 34 ປີ ແລະ ນາງ ເຢັງຢາງ ອາຍຸ 18 ປີ(ຜົວ- ເມຍ) ທັງສອງ ຢູ່ບ້ານຮົ່ມເຢັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໃນເວລາທີ່ຈັບເປົ້າໝາຍ ກໍໄດ້ ກວດຄົ້ນລົດກະບະຣີໂວ້ ສີຂາວ ບໍ່ຕິດປ້າຍທະ ບຽນ ພົບຂອງກາງ ຢາບ້າ 300.000 ເມັດ ຊຸກເຊື່ອງຢູ່ໃນທ້າຍລົດກະບະຣີໂວ້ ຂອງພວກກ່ຽວ.

ຜ່ານການສອບສວນ ທ້າວສົມຫວັງວາ ໄດ້ໃຫ້ການຊັດທອດ ຫາຜູ້ທີ່ຮ່ວມຂະບວນການຄ້າຂາຍຢາເສບຕິດຮ່ວມກັນອີກ 2 ຄົນ ຊື່ ທ້າວ ດວງແກ້ວ ແລະທ້າວ ອາລຸນ ທັງສອງຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ. ຈາກນັ້ນ,ເຈົ້າໜ້າທີ່ ໄດ້ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນເຄຫະສະຖານຂອງພວກກ່ຽວ.

ຜ່ານການກວດຄົ້ນເຄຫະສະຖານຂອງທ້າວ ອາລຸນ ພົບເຫັນຢາບ້າ ຈຳນວນ 200.000 ເມັດ, ເຄຕາມິນ 1 ຖົງ ນໍ້າໜັກ 1 ກິໂລກຼາມ ແລະ ເຄື່ອງຂອງກາງມີຍານພາຫະນະ ຈຳນວນໜຶ່ງ ຈຶ່ງຢຶດໄວ້ເປັນຫຼັກຖານ, ສ່ວນຜູ້ກ່ຽວ ໄດ້ຫຼົບໜີ ກ່ອນເຈົ້າ ໜ້າທີ່ເຂົ້າກວດຄົ້ນ.

ຈາກນັ້ນ,ເຈົ້າໜ້າທີ່ ກໍໄດ້ເຂົ້າກວດຄົ້ນເຄຫະສະຖານຂອງທ້າວ ດວງແກ້ວ ພົບເຫັນຢາບ້າ ຈຳ ນວນ 33.000.000 ເມັດ ແລະ ຢາໄອສ໌ 500 ກິໂລກຼາມ ຊຸກເຊື່ອງຢູ່ໃນສາງມ້ຽນເຄື່ອງຂອງຜູ້ກ່ຽວ ຈຶ່ງໄດ້ກັກຕົວເປົ້າໝາຍອີກຄົນ ເປັນເມຍ ເຈົ້າຂອງເຮືອນ ຊື່ ນາງ ບ້ຳ ອາຍຸ 41 ປີ. ສ່ວນຜູ້ເປັນຜົວ ທີ່ເປັນເປົ້າໝາຍຖທກຊັດທອດ ໄດ້ໄຫວຕົວທັນແລ້ວຫຼົບໜີ ກ່ອນເຈົ້າໜ້າທີ່ເຂົ້າກວດຄົ້ນ.

ປັດຈຸບັນ.ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ພວກສືບຕໍ່ໄລ່ຊອກໄລ່ຈັບຜູ້ທີ່ຖືກຊັດທອດ ມາດຳເນີນຄະດີຕາມກົດໝາຍ.

ແຫຼ່ງຂ່າວ: ປກສ ແຂວງບໍ່ແກ້ວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...