Homeຂ່າວການຢ້ຽມຢາມນາຍົກລັດຖະມົນຕີ ຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ

Published on

ໃນຕອນແລງວັນທີ 27 ກັນຍາ 2022 ຜ່ານມາ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ສາທາລະນະລັດສິງກະໂປ ເພື່ອດໍາເນີນການຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນວັນທີ 27-28 ກັນຍາ 2022 ເພື່ອຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ.

ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ລາວ-ສິງກະໂປ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ. ໃນໄລຍະການຢ້ຽມຢາມ,ທ່ານນາຍົກລັດຖະມົນຕີ ພັນຄໍາວິພາວັນ ຈະພົບປະສອງຝ່າຍກັບ ທ່ານນາຍົກລັດຖະ ມົນຕີ ລີ ຊຽນ ລຸງ ເພື່ອທົບທວນຄືນກ່ຽວກັບ ການພົວພັນຮ່ວມມືຂອງສອງປະເທດ ໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງຈະເຂົ້າຢ້ຽມຂໍ່ານັບ ທ່ານນາງ ຮາລິມາ ຢາຄອບ ປະທານາທິບໍດີແຫ່ງ ສ ສິງກະໂປ; ຈະຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ທາມັນ ຊັນມູກາຣັດນັນ ລັດຖະມົນຕີ ອາວຸໂສ, ທັງເປັນລັດຖະມົນຕີປະສານງານດ້ານນະໂຍບາຍສັງຄົມ ແຫ່ງ ສ ສິງກະໂປ; ເຂົ້າຮ່ວມກອງປະຊຸມພົບປະພາກທຸລະກິດ ລາວ-ສິງກະໂປ ແລະ ຢ້ຽມຢາມໂຮງຮຽນວິຊາຊີບ ນັນຢາງໂພລີເທັກນິກ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...