Homeຂ່າວຕ່າງປະເທດປະຊາຊົນຣັດເຊຍລຽນແຖວຍາວຫຼາຍກິໂລແມັດເພື່ອເດີນທາງອອກປະເທດ

ປະຊາຊົນຣັດເຊຍລຽນແຖວຍາວຫຼາຍກິໂລແມັດເພື່ອເດີນທາງອອກປະເທດ

Published on

ຊາຍແດນຣັດເຊຍ-ຈໍເຈຍ ຂອງຣັດເຊຍ ມີການຈະລາຈອນທີ່ຕິດຍາວເຖິງ 16 ກິໂລແມັດ ພາບຫຼັງທີ່ປູຕິນສັ່ງລະດົມກຳລັງທະຫານ.

ວັນທີ 26 ສິງຫາ 2022 ມີພາບຖ່າຍຈາກດາວທຽມຂອງ ບໍລິສັດ Maxar Technologies ຂອງອາເມຣິກາ ທີ່ໄດ້ເຫັນເຖິງສະພາບທີ່ລົດ ແລະ ລົດບັນທຸກລຽນຕໍ່ແຖວຍາວ ທີ່ພະຍາຍາມຈະອອກຈາກຊາຍແດນທາງຝັ່ງຣັດເຊຍ ເຊິ່ງຕິດກັບປະເທດມົງໂກເລຍ.

ປາກົດການລົດລຽນແຖວທີ່ຊາຍແດນຂອງຣັດເຊຍ ກັບ ຟິນແລນ ແລະ ຄາຊັກສະຖານ ຕັ້ງແຕ່ອາທິດທີ່ຜ່ານມາ ພາຍຫຼັງທີ່ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ປະກາດລະດົມກຳລັງທະຫານເພີ່ມຫຼາຍຮ້ອຍພັນຄົນເພື່ອຕໍ່ສູ້ກັບສົງຄາມໃນຢູເຄຣນ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ທະຫານ​ຄັ້ງ​ທຳ​ອິດ​ຂອງຣັດ​ເຊຍ ນັບ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ 2.

ແຫຼ່ງຂ່າວຈາກ The Washington Post

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...