Homeຂ່າວຕ່າງປະເທດADB ຫຼຸດການຄາດຄະເນການເຕີບໂຕໃນປີ 2022 ຂອງປະເທດລາວ

ADB ຫຼຸດການຄາດຄະເນການເຕີບໂຕໃນປີ 2022 ຂອງປະເທດລາວ

Published on

ທະນາຄານພັດທະນາອາຊີ (Asian Development Bank) ຫຼື ເອດີບີ ໄດ້ປັບຫຼຸດການການຄາດຄະເນທ່າອ່ຽງການເຕີບໂຕທາງດ້ານເສດຖະກິດຂອງປະເທດລາວ ເນື່ອງຈາກການເພີ່ມຂຶ້ນຂອງລາຄາສິນຄ້າ ແລະ ການຫຼຸດລົງຂອງການສະໜອງ ທີ່ມັນເພີ່ມຄວາມກົດດັນຕໍ່ອັດຕາເງິນເຟີ້.

ທະນາຄານ​ພັດທະນາ​ພາກ​ພື້ນ​ ໄດ້​ຫຼຸດ​ການ​ຄາດ​ຄະ​ເນຂອງ​ລາວ​ໃນ​ປີ 2022 ລົງ​ເຫຼືອ​ພຽງ 2,5% ​ເຊິ່ງຫຼຸດ​ລົງ​ຈາກ 3,4% ທີ່​ຄາດ​ການໄວ້​ໃນ​ເດືອນ​ເມສາ. ເອດີບີ ຍັງ​ໄດ້​ປັບ​​ການ​ຄາດ​ຄະ​ເນ​ຂອງ​ລາວ​ໃນ​ປີ 2023 ເປັນ 3,5% ເຊິ່ງຫຼຸດ​ລົງ​ຈາກ​ການ​ຄາດ​ຄະ​ເນ​ເບື້ອງ​ຕົ້ນ​ທີ່ 3,7%.

ອີງຕາມການວິເຄາະສະບັບປັບປຸງໃນເວັບໄຊທ໌ຂອງ ເອດີບີ ໃນວັນພຸດທີ່ຜ່ານມາ ການຄາດຄະເນທ່າອ່ຽງການເຕີບໂຕທີ່ຕໍ່າລົງ ແມ່ນເນື່ອງຈາກການເພີ່ມຂຶ້ນຂອງລາຄາສິນຄ້າ ແລະ ການຫຼຸດລົງຂອງການສະໜອງ ທີ່ມັນເພີ່ມຄວາມກົດດັນຂອງອັດຕາເງິນເຟີ້.

ຂະນະ​ທີ່​ວິ​ສາ​ຫະກິດ​ສ່ວນ​ໃຫຍ່​ໄດ້​ເປີດດຳເນີນການເປັນ​ປົກກະຕິແລ້ວ ໃນ 6 ​ເດືອນ​ຕົ້ນ​ປີ ​ແລະ ນັກ​ທ່ອງ​ທ່ຽວຈາກຕ່າງປະເທດ ​ກໍ່​ເລີ່ມ​​ເພີ່ມ​ຂຶ້ນ, ​ໂດຍ​ສະ​ເພາະ​ນ້ຳມັນທີ່ມີການເໜັງຕີງ ເຮັດໃຫ້ຄ່າຄອງຊີບເພີ່ມຂຶ້ນ ເຊິ່ງສົ່ງຜົນໃຫ້ການໃຊ້ຈ່າຍ​ພາຍ​ໃນ​ປະ​ເທດ​ຫຼຸດ​ລົງ.

ການເພີ່ມຂຶ້ນຂອງລາຄາຝຸ່ນ (ປຸ໋ຍ), ອາຫານສັດ, ອາຫານ ແລະ ນໍ້າມັນເຊື້ອໄຟ ທີ່ສ້າງຄວາມຫຍຸ້ງຍາກຕໍ່ພາກ ກະສິກໍາ ແລະ ການຜະລິດ ເຊິ່ງມັນເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຊ້າ.

ການເພີ່ມຂຶ້ນຂອງລາຄາສິນຄ້າ ສ້າງຜົນກະທົບຕໍ່ປະຊາຊົນຄົວເຮືອນໃນລາວ, ໂດຍສະເພາະແມ່ນປະຊາຊົນທີ່ທຸກຍາກ ທີ່ເປັນອຸປະສັກຕໍ່ຄວາມປອດໄພທາງດ້ານອາຫານ ແລະ ໂພຊະນາການຂອງເຂົາເຈົ້າ. ອີງ​ຕາມ​ທະ​ນາ​ຄານໄດ້ລະບຸວ່າ​ ບໍ່​ພຽງ​ແຕ່ເປັນສິ່ງທ້າ​ທາຍ ​ສໍາ​ລັບ​ບຸກ​ຄົນ​ເທົ່ານັ້ນ ແຕ່​ຍັງ​ລວມເຖິງ​ການ​ເງິນ​ສາ​ທາ​ລະ​ນະ​ອີກດ້ວຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...