Homeຂ່າວກິລານັກກິລາຢູໂດທີມຊາດລາວ ຄວ້າຫລຽນທອງ

ນັກກິລາຢູໂດທີມຊາດລາວ ຄວ້າຫລຽນທອງ

Published on

ນັກກິລາຢູໂດທີມຊາດລາວ ສາມາດຄວ້າຫລຽນທອງ ມາໄດ້ສຳເລັດ ໃນການແຂ່ງຂັນຢູໂດນານາຊາດ ຫລື Thailand International Judo Championship 2022 ທີ່ຈັງຫວັດຊຽງຣາຍ ປະເທດໄທ ມື້ທຳອິດຂອງການແຂ່ງຂັນ ໃນວັນທີ 24 ກັນຍາ 2022

ນັກກິລາຢູໂດທີມຊາດລາວ ລົງທຳການແຂ່ງຂັນ 4 ຄົນ ປະກອບມີ: 1 ທ້າວ ພຸດວາລີ ບຸນເພັງ -55ກກ, 2 ທ້າວ ຄຳສີ ຄູນນີວາດ -66ກກ, 3 ນາງ ຕຸກກີ້ ແສງດາກີ -52ກກ, 4 ນາງ ຈອມມະນີ ມະນີໄຊ -57ກກ

ຜົນປາກົດວ່າ ນັກກິລາຢູໂດທີມຊາດລາວ ສາມາດຍາດມາໄດ້ 1 ຫລຽນທອງ(ແດງ) ຈາກທ້າວ ຄຳສີ ຄູນນີວາດ ຮຸ່ນ -66ກກ, ສ່ວນນັກກິລາ ອີກ 3 ຄົນ ເຮັດໄດ້ພຽງອັນດັບທີ 5 ຮ່ວມ ຈາກການແຂ່ງຂັນເທົ່ານັ້ນ

ສຳລັບນັກກິລາຢູໂດທີມຊາດລາວ ຈະລົງທຳການແຂ່ງຂັນອີກ 1 ຮຸ່ນ ຈາກທ້າວ ສຸລິໄຊ ໄຊຍາສານ ຮຸ່ນ -90ກກ ໃນມື້ອື່ນ ວັນທີ 25 ກັນຍາ 2022 ນີ້

ພາບ-ຂ່າວ: Lao Judo federation

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...