Homeຂ່າວຕ່າງປະເທດປະຊາຊົນຣັດເຊຍປະທ້ວງທີ່ປູຕິນລະດົມກຳລັງທະຫານໄປຢູເຄຣນ

ປະຊາຊົນຣັດເຊຍປະທ້ວງທີ່ປູຕິນລະດົມກຳລັງທະຫານໄປຢູເຄຣນ

Published on

ປະຊາຊົນຣັດເຊຍຈຳນວນຫຼາຍພັນຄົນອອກມາປະທ້ວງໃນຫຼາຍເມືອງທົ່ວປະເທດ ເພື່ອຕໍ່ຕ້ານຄຳສັ່ງຂອງປູຕິນທີ່ໄດ້ລົງນາມລະດົມກຳລັງທະຫານຈາກປະຊາຊົນ ເພື່ອຈະສົ່ງໄປເສີມກອງທັບທະຫານຂອງຕົນໃນຢູເຄຣນ ຈົນເຮັດໃຫ້ມີປະຊາຊົນທີ່ປະທ້ວງນັ້ນຖືກຈັບຈຳນວນຫຼາຍ.

ຕຳຫຼວດຣັດເຊຍດຳເນີນການຈັບກຸມຜູ້ປະທ້ວງຫຼາຍຮ້ອຍຄົນ ທີ່ອອກມາຊຸມນຸມກັນໃນຫຼາຍເມືອງເທົ່າປະເທດໃນຄືນວັນພຸດ ທີ 21 ກັນຍາ 2022 ເພື່ອສະແດງຄວາມຕໍ່ຕ້ານທີ່ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ມີຄຳສັ່ງລະດົມກຳລັງສຳຮອງບາງສ່ວນຈຳນວນ 300.000 ຄົນ ເພື່ອສົ່ງໄປເສີມກຳລັງທະຫານຂອງຣັດເຊຍໃນຢູເຄຣນ.

OVD-Info ອົງກອນສິດທິມະນຸດຊົນໃນຣັດເຊຍ ອ້າງວ່າມີຜູ້ປະທ້ວງຖືກຈັບກຸມຫຼາຍກວ່າ 1.000 ຄົນ ໂດຍບ່ອນທີ່ມີຄົນຖືກຈັບຫຼາຍທີ່ສຸດແມ່ນຢູ່ນະຄອນເຊັ້ນປີເຕີເບີກ ແລະ ທີ່ກຸງມອສໂກ ນອກຈາກນັ້ນຍັງມີອີກຫຼາຍສິບຄົນຖືກຈັບທີ່ເມືອງອີຄຸສ ແລະ ຕາມເມືອງຕ່າງໆໃນເຂດໄຊບີເຣຍ ແລະ ທີ່ເມືອງໃຫຍ່ເຢກາເຕຣິນບູກ ເມືອງໃຫຍ່ອັນດັບ 4 ຂອງຣັດເຊຍ.

ທັ້ງນີ້ ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ວ່າ ຄຳ​ສັ່ງ​​ຂອງ​ທ່ານປູຕິນ ຈະສົ່ງສະເພາະແຕ່ກໍາລັງສຳຮອງ ບໍ່ມີການເກນທະຫານເພີ່ມເຕີມ ໂດຍຈະເລືອກເອົາແຕ່ຜູ້ທີ່ມີປະສົບການທາງທະຫານເທົ່ານັ້ນທີ່ໄດ້ຖືກຄັດເລືອກ, ແນວໃດກໍ່ຕາມ ຄໍາສັ່ງດັ່ງກ່າວໄດ້ເຮັດໃຫ້ກະແສການເດີນທາງອອກຈາກຣັດເຊຍກັບມາຄືນອີກ ໂດຍມີລາຍ​ງານ​ວ່າ ປີ້​ຍົນ​ຈາກຣັດ​ເຊຍ​ໄປ​ຍັງ​ເມືອງ​ຕ່າງໆ​ເຊັ່ນ ອີສຕັນບູ ໃນ​ຕວກກີ ​ແລະ ເຢເລວານ ​ໃນ​ອາ​ເມ​ເນຍ ​ຖືກ​ຂາຍ​ໝົດຢ່າງ​ໄວ ​ບໍ່​ພໍ​ເທົ່າໃດ​ຊົ່ວ​ໂມງຫຼັງ​ຈາກ​ທ່ານ ປູຕິນ ປະກາດ ໃນຂະນະທີ່ລາຄາປີ້ທີ່ຍັງເຫຼືອໄດ້ເພີ່ມຂຶ້ນຫຼາຍເທົ່າ.

ມີຄຳເຕືອນຂອງສຳນັກງານໄອຍະການມົສກູ ອອກມາໃນວັນພຸດທີ່ຜ່ານມານີ້ວ່າ ການຈັດງານຊຸມນຸມໂດຍບໍ່ໄດ້ຮັບອະນຸຍາດ ຫຼື ເຂົ້າຮ່ວມການຊຸມນຸມ ມີໂທດຈຳຄຸກເຖິງ 15 ປີ ນອກນັ້ນ ຍັງຖືກດຳເນີນຄະດີພາຍໃຕ້ກົດໝາຍ ໝິ່ນປະມາດກອງທັບ ເຜີຍແຜ່ຂ່າວປອມກ່ຽວກັບການປະຕິບັດທາງການທະຫານໃນຢູເຄຣນ ແລະ ກະຕຸ້ນໃຫ້ເຍົາວະຊົນອອກມາປະທ້ວງດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...