spot_img
Homeຂ່າວພາຍ​ໃນກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝ ທີ 77

ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝ ທີ 77

Published on

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝ ທີ 77

ໃນວັນທີ 20 ກັນຍາ 2022 ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ນະຄອນນິວຢອກ, ສະຫະລັດອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການສະຫະປະ ຊາຊາດ ສະໄໝທີ 77 ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ຈາບາ ໂກໂຣຊິ (CSABA KŐRÖSI), ປະທານສະມັດຊາໃຫຍ່ ສປຊ ສະໄໝ ທີ 77 ພາຍໃຕ້ຫົວຂໍ້ “ບາດລ້ຽວສໍາຄັນແຫ່ງຍຸກສະໄໝ: ວິທີທາງແບບຫັນປ່ຽນໃໝ່ໃນການແກ້ໄຂບັນດາສິ່ງທ້າທາຍທີ່ເກາະກ່ຽວກັນ” (A watershed moment: transformative solutions to interlocking challenges) ໂດຍມີຜູ້ແທນລະດັບປະມຸກລັດ, ຫົວໜ້າລັດຖະບານຫຼາຍກວ່າ 150 ທ່ານ, ລະດັບຮອງນາຍົກລັດ ຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດລົງມາ 40 ກວ່າທ່ານ ຈາກປະເທດສະມາຊິກ ສປຊ ທັງໝົດ 193 ປະເທດ ເຂົ້າຮ່ວມ ແລະ ຈະໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ເພື່ອສະແດງທັດສະນະ ແລະ ວິໄສທັດຂອງແຕ່ລະປະເທດຕໍ່ກັບບັນຫາສໍາຄັນຕ່າງໆຂອງໂລກ ເຊັ່ນ: ບັນຫາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ການລຶບລ້າງຄວາມທຸກຍາກ, ການເລັ່ງລັດຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານໂລກ; ການຮ່ວມມືເພື່ອສະກັດກັ້ນ ແລະ ຮັບມືກັບຜົນກະທົບຂອງພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດພາຍຫຼັງການລະບາດຂອງພະຍາດດັ່ງກ່າວ;

ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ; ຂໍ້ຂັດແຍ່ງທາງດ້ານການຄ້າ ແລະ ການທະຫານ ແລະ ບັນຫາອື່ນໆ. ໃນໂອກາດນີ້, ທ່ານ ອັນໂຕນີໂອ ກູເຕເຣສ (António Guterres), ເລຂາທິການໃຫຍ່ ອົງການ ສປຊ ໄດ້ລາຍງານຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນບັນຫາຕ່າງໆທີ່ປະຊາຄົມໂລກ ພວມສືບຕໍ່ປະເຊີນໜ້າໃນປັດຈຸບັນ, ເຊິ່ງບັນດາປະເທດສະມາຊິກຈໍາເປັນຕ້ອງໄດ້ເພີ່ມທະວີຄວາມພະຍາຍາມໃນການຊອກຫຼາຍວິທີທາງໃນການແກ້ໄຂບັນຫາຢ່າງສັນຕິວິທີ ພ້ອມທັງໄດ້ເນັ້ນຄວາມສໍາຄັນໃນການນຳໃຊ້ຮູບແບບການປຶກສາຫາລື, ການເຈລະຈາ ແລະ ການນໍາໃຊ້ການທູດ ເພື່ອສ້າງໃຫ້ໂລກມີສັນຕິພາບ ແລະ ສະຖຽນລະພາບ ກໍຄືການຫັນປ່ຽນແນວທາງໃນການແກ້ໄຂບັນຫາ ເພື່ອຄວາມຈະເລີນຮຸ່ງເຮືອງຂອງມະນຸດຊາດ ແລະ ໂລກຂອງພວກເຮົາ.

ພ້ອມກັນນັ້ນ, ປະທານສະມັດຊາໃຫຍ່ ສະໄໝທີ 77 ໄດ້ເນັ້ນຍ້ຳເຖິງຄວາມຈຳເປັນໃນການຊອກຫາວິທີທາງແກ້ໄຂບັນຫາສິ່ງທ້າທາຍສາກົນ ດ້ວຍຄວາມສາມັກຄີ, ມີຄວາມຍືນຍົງ ແລະ ດ້ວຍວິທະຍາສາດ ເພາະໂລກຂອງເຮົາໃນປັດຈຸບັນ ກຳລັງຕົກຢູ່ໃນສະພາບການຊ້ຳເຮື້ອ ທີ່ຕ້ອງການຄວາມຊ່ວຍເຫຼືອສຸກເສີນທາງດ້ານມະນຸດສະທຳ ເນື່ອງຈາກບັນຫາການປ່ຽນແປງດິນຟ້າອາກາດ, ພະຍາດໂຄວິດ-19 ແລະ ຂໍ້ຂັດແຍ່ງຕ່າງໆ ທີ່ສົ່ງຜົນກະທົບເຮັດໃຫ້ເກີດມີໄພອຶດຫິວໃນທົ່ວໂລກ ຢູ່ໃນລະດັບທີ່ຮ້າຍແຮງ.

ໃນມື້ດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ເຂົ້າຮ່ວມກ່າວຄໍາເຫັນໃນກອງປະຊຸມລະດັບສູງຂອງກຸ່ມເພື່ອນມິດເພື່ອສະໜັບສະໜູນຂໍ້ລິເລີ່ມດ້ານການພັດທະນາ ທີ່ ທ່ານ ສີ ຈິ້ນຜິງ (Xi Jinping), ປະທານປະເທດ ແຫ່ງ ສປ ຈີນ ໄດ້ປະກາດໃນປີຜ່ານມາ (Group of Friends of Global Development Initiative: GDI) ໂດຍການເປັນປະທານຂອງ ທ່ານ ຫວັງ ອີ (Wang Yi), ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ; ພ້ອມນັ້ນຍັງໄດ້ພົບປະສອງຝ່າຍກັບ ທ່ານ ເຈຮູນ ບາຍຣາມອບ (Jeyhun Bayramov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ອາແຊກໄປຈານ (Azerbaijan) ແລະ ທ່ານ ນິໂກລາ ເຊລາໂກວິກ (Nikola Selakovic), ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດ ແຊກບີ (Serbia) ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືສອງຝ່າຍ ກໍຄືບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

ທ່ານ ສະເຫຼີມໄຊ ກົມມະສິດ ມີກຳນົດຈະຂຶ້ນກ່າວປາໄສໃນກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ສປຊ ໃນຕອນເຊົ້າຂອງວັນທີ 24 ກັນຍາ 2022. ໃນໄລຍະເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນລາວຍັງຈະໄດ້ເຂົ້າຮ່ວມ ແລະ ກ່າວປາໄສໃນກອງປະຊຸມລະດັບສູງປິ່ນອ້ອມຕ່າງໆ ເຊັ່ນ: ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນແບບບໍ່ເປັນທາງການ, ກອງປະຊຸມລັດຖະມົນຕີຂອງຂະບວນການບໍ່ຮ່ວມກຸ່ມ, ກອງປະຊຸມລັດຖະມົນຕີກຸ່ມ 77 ແລະ ຈີນ, ກອງປະຊຸມລັດຖະມົນຕີກຸ່ມປະເທດດ້ອຍພັດທະນາ (LDC) ແລະ ກອງປະຊຸມລັດຖະມົນຕີກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ອື່ນໆ. ນອກຈາກນີ້, ຫົວໜ້າຄະນະຜູ້ແທນລາວ ຍັງມີກໍານົດຈະພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນຂອງບາງປະເທດ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...