Homeຂ່າວພາຍ​ໃນຈັບຜູ້ຕ້ອງຫາຂົນກັນຊາ 102 ກິໂລກຼາມ ໄປດຳເນີນຄະດີ

ຈັບຜູ້ຕ້ອງຫາຂົນກັນຊາ 102 ກິໂລກຼາມ ໄປດຳເນີນຄະດີ

Published on

ໃນວັນທີ 9 ກັນຍາ 2022, ເຈົ້າຫນ້າທີ່ກອງບັນຊາການ ປກສ ເມືອງຫີນບູນ ແຂວງຄໍາມ່ວນ ແລະ ກອງກໍ່ສ້າງຮາກຖານ 917 ໄດ້ຕິດຕາມເປົ້າຫມາຍຄ້າຂາຍຢາເສບຕິດຂອບເຂດບ້ານໂພນຄໍ້ ສາມາດກັກຕົວ ຜູ້ຖືກຫາໄດ້ 1 ຄົນ ພ້ອມທັງນໍາຕົວເຂົ້າກວດຄົ້ນເຄຫະສະຖານພົບເຫັນຢາເສບຕິດ ປະເພດກັນຊາອັດແທ່ງ 4 ຖົງ ນໍ້າຫນັກ 102 ກິໂລກຼາມ ທີ່ປະໄວ້ຢູ່ໃນເຮືອຈັກຢູ່ແຄມນໍ້າ ເພື່ອລໍຖ້າໃຫ້ຜູ້ຮ່ວມຂະບວນການຢູ່ ປະເທດເພື່ອນບ້ານມາຮັບ.

ຜ່ານການສອບສວນເບື້ອງຕົ້ນຂອງເຈົ້າຫນ້າທີ່ຕໍາຫຼວດ ຈິ່ງຮູ້ວ່າ:

ຜູ້ຖືກຫາຊື່ ທ້າວ ສົມຫມາຍ ອາຍຸ 29 ປີ ຢູ່ບ້ານໂພນຄໍ້ ເຊິ່ງຜູ້ກ່ຽວຮັບສາລະພາບວ່າ ຂອງກາງປະເພດ ກັນຊາຈໍານວນດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້ ແລະ ກ່ອນທີ່ຈະຖືກກັກຕົວແມ່ນໄດ້ລັກລອບເຮັດມາແລ້ວ 2 ຄັ້ງຄື:

ຄັ້ງທີ 1. ໃນວັນທີ 5 ກັນຍາ 2022 ຈໍານວນ 100 ກິໂລກຼາມ ນໍາຜູ້ຮ່ວມຂະບວນການບໍ່ຮູ້ຊື່ເປັນຄົນຢູ່ ທາງແບ່ງຫຼັກ 20 ແລະ ຜູ້ກ່ຽວແມ່ນໄດ້ຂີ່ລົດຟໍຈູນເນີ ອໍນິວ ສີຂາວ ບໍ່ຕິດປ້າຍທະບຽນ ມາສົ່ງກັນຊາຢູ່ໃນ ຈຸດທີ່ໄດ້ນັດຫມາຍກັນໄວ້ ຢູ່ທ່າແຄມຂອງເຫນືອ ບ້ານໂພນຄໍ້ ໂດຍຖິ້ມປະໄວ້.

ຈາກນັ້ນ, ຕົນເອງກໍໄປຂົນເອົາກັນຊາຈໍານວນ 4 ຖົງ ລົງໃສ່ເຮືອຈັກຫາງຍາວຂ້າມໄປປະໄວ້ຢູ່ດອນ ແລ້ວກໍມີເຮືອຄົນໄທຂີ່ມາຮັບເອົງ ໂດຍໄດ້ຮັບຄ່າຈ້າງຈໍານວນ 7.000 ບາດ.

ສ່ວນຄັ້ງທີ 2. ແມ່ນໃນວັນທີ 8 ກັນ 2022 ເວລາປະມານ 8:00 ໂມງ ໄດ້ໄປຮັບເອົາກັນຊານໍາຜູ້ ເກົ່າອີກ ໂດຍໄດ້ຄ່າຈ້າງຈໍານວນ 4.000 ບາດ.

ປັດຈຸບັນຄະດີດັ່ງກ່າວ, ເຈົ້າຫນ້າທີ່ ປກສ ເມືອງຫີນບູນ ແລະ ກອງກໍ່ສ້າງຮາກຖານ 917 ໄດ້ມອບໃຫ້ ກອງບັນຊາການ ປກສ ແຂວງຄໍາມ່ວນ ດໍາເນີນຄະດີ ເມື່ອສອບສວນຫາຜູ້ຮ່ວມຂະບວນການມາດໍາເນີນ ຄະດີຕາມກົດຫມາຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...