Homeຂ່າວທ້ອງຖິ່ນຕັ້ງຈຸດເສຍຄ່າ ທຳນຽມທາງ ຢູ່ທີ່ຈຸດທາງເຂົ້າອອກ ບ້ານດອນເຊັງນະຄອນ

ຕັ້ງຈຸດເສຍຄ່າ ທຳນຽມທາງ ຢູ່ທີ່ຈຸດທາງເຂົ້າອອກ ບ້ານດອນເຊັງນະຄອນ

Published on

ເພື່ອເປັນການບຸກລະດົມກະຕຸກຊຸກຍູ້ອຳຍວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງລັດ,ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຜູ້ທີ່ໃຊ້ລົດໃຊ້ຖະໜົນ ພ້ອມກັນມາເສຍຄ່າທຳນຽມທາງປະຈຳປີ,ໃຫ້ຖືກຕ້ອງຄົບຖ້ວນ ທັງເປັນການຈັດຕັ້ງເຄື່ອນໄຫວເສຍຄ່າທຳນຽມທາງປະຈຳປີ2022.

ດັ່ງນັ້ນ, ໃນວັນທີ 16 ກັນຍາ ທີ່ຜ່ານມາ, ທາງເຈົ້າໜ້າສ່ວຍສາອາກອນປະຈຳນະຄອນ ໄກສອນ ພົມວິຫານ ໄດ້ສົມທົບກັບເຈົ້າໜ້າທີ່ພະແນກຕຳຫຼວດຈາລະຈອນ ນະຄອນ ໄກສອນ ພົມວິຫານ ແລະ ຫ້ອງການ ຍທຂ ນະຄອນ ໄດ້ລົງເຄື່ອນໄຫວກວດກາຕັ້ງຈຸດເສຍຄ່າ ທຳນຽມທາງ ຢູ່ທີ່ຈຸດທາງເຂົ້າອອກເທດສະບານນະຄອນເຂດບ້ານດອນເຊັງ ນະຄອນໄກສອນ ພົມວິຫານ ໂດຍມີທ່ານ ສົມໜາຍ ສົງວິໄລ ຮອງເຈົ້ານະຄອນໄກສອນ ພົມວິຫານ ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ, ທ່ານ ວົງພະຈັນ ພັນທະວົງ ຫົວໜ້າສ່ວຍສາອາກອນປະຈໍາ ນະຄອນໄກສອນ ພົມວິຫານ, ພ້ອມຄະນະໄດ້ລົງເບິ່ງຕິດຕາມຊຸກຍູ້ເສຍຄ່າທຳນຽມ.

ໃນໂອກາດນີ້, ທ່ານ ສົມໜາຍ ສົງວິໄລ ຮອງ ເຈົ້ານະຄອນ ໄກສອນ ພົມ ວິຫານ ກ່າວວ່າ: ການເປີດ ຂະບວນການໃນຄັ້ງນີ້ ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ,ວ່ດ້ວຍຄ່າທຳນຽມທາງ ແລະ ປະຕິບັດຕາມແຈ້ງການຂອງລັດຖະມົນກະຊວງການເງິນ ສະບັບເລກທີ 0951/ກງ, ວ່າດ້ວຍເສຍຄ່າທຳນຽມທາງປະຈໍາປີ 2022, ທັງນີ້ກໍ່ເພື່ອສຸມໃສ່ປະຕິບັດ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍ່ຄືແຜນງົບມານແຫ່ງລັດ ປະຈຳປີ 2022,ໃຫ້ບັນລຸຕາມລະດັບຄາດໜາຍ.

ທັງນີ້ກໍ່ສືບຕໍ່ເຮັດໜ້າທີປຸກລະດົມຊຸກຍູ້ໃຫ້ທຸກຄົນໃນສັງຄົມ ພາຍໃນນະຄອນໄກສອນ ພົມວິຫານ ໃຫ້ມີຄວາມຕື່ນຕົວ ແລະຈິງໃຈປະກອບສ່ວນປະຕິບັດພັນທະຂອງຕົນໃນການເສຍຄ່າທຳນຽມທາງ ຢ່າງເປັນຂະບວນການກ້ວາງຂວາງ ແລະຄົບຖ້ວນຖືກຕ້ອງ ໂດຍຜ່ານລະບົບທະນາຄານ ແລະທາງຊ່ອງບໍລິການຕ່າງໆ ຫຼື ຊຳລະນຳໜ່ວຍງານບໍລິການຂອງສ່ວຍສາອາກອນປະຈຳນະຄອນ ເຊິ່ງຈະໄດ້ລົງເຄື່ອນໄຫວນຳບ້ານ ແລະບັນດາກຸ່ມບ້ານພາຍໃນນະຄອນ ແລະການເສຍຄ່າທຳນຽມທາງ ແມ່ນເລີ່ມແຕ່ເດືອນ 01ມັງກອນ ຫາເດືອນມີນາຂອງທຸກໆປີ ແລະ ຖ້າຫາກກາຍກຳນົດແມ່ນຈະໄດ້ຖືກປັບໃໜ.
Cr. ຫ້ອງການ ຖະແຫລ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ໄກສອນ ພົມວິຫານ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...